ສົ່ງເສີມການໂຮມບັນດາຫົວໜ່ວຍບໍລິຫານຂັ້ນເມືອງ,ຕາແສງເຂົ້າກັນ

(VOVWORLD) -ບັນຫາສຳຄັນແມ່ນເມື່ອໂຮມບັນດາຫົວໜ່ວຍບໍລິຫານຂັ້ນເມືອງ, ຕາແສງເຂົ້າກັນ ແມ່ນຕ້ອງຮັບປະກັນຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ
ສົ່ງເສີມການໂຮມບັນດາຫົວໜ່ວຍບໍລິຫານຂັ້ນເມືອງ,ຕາແສງເຂົ້າກັນ - ảnh 1 (ພາບປະກອບ: VGP)

ວັນທີ 04 ມັງກອນ, ຢູ່ຮ່າໂນ້ຍ, ກຳມາທິການກົດໝາຍຂອງສະພາແຫ່ງຊາດ ໄດ້ຈັດກອງປະຊຸມຄົບຄະນະຄັ້ງທີ 25 ເພື່ອກວດກາໃບສະເໜີ ແລະ ແຜນຮ່າງຂອງລັດຖະບານ ກ່ຽວກັບການສັບຊ້ອນ, ສ້າງຕັ້ງບັນດາຫົວໜ່ວຍບໍລິຫານຂັ້ນເມືອງ, ຕາແສງຂອງບາງແຂວງ, ນະຄອນຂຶ້ນກັບສູນກາງລວມມີ: ກາວບັ່ງ, ລາຍເຈົາ, ຢາລາຍ, ຕ່ຽນຢາງ, ອຽນບ໊າຍ… ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລິວ ເນັ້ນນັກວ່າ: ບັນຫາສຳຄັນແມ່ນເມື່ອໂຮມບັນດາຫົວໜ່ວຍບໍລິຫານຂັ້ນເມືອງ, ຕາແສງເຂົ້າກັນ ແມ່ນຕ້ອງຮັບປະກັນຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຄວາມປອດໄພ, ຊີວິດການເປັນຢູ່ ແລະ ການຜະລິດຂອງປະຊາຊົນ, ຄວາມສາມັກຄີໃນປະຊາຊົນ, ຫຼີກລ້ຽງການຮົ່ວໄຫຼ, ຟຸມເຟືອຍ.

ຕອບກັບ

ຂ່າວ/ບົດ​ອື່ນ