ສູນຂໍ້ມູນຂ່າວສານພະລາທິການທ່າກຳ່ປັ່ນຈີນ-ອາຊຽນໄດ້ນຳເຂົ້າເຄື່ອນໄຫວ

 ສູນຂໍ້ມູນຂ່າວສານພະລາທິການທ່າກຳ່ປັ່ນຈີນ-ອາຊຽນໄດ້ນຳເຂົ້າເຄື່ອນໄຫວ - ảnh 1
ທ່າ​ກຳ່​ປັ່ນ ກິນ​ເຈົາ
(ພາບ: qzbsg.gov.cn)

(vovworld) –  ສູນ​ຂໍ້​ມູນ​ຂ່າວສານ​ພະລາທິການ​ທ່າ​ກຳ່​ປັນ ຈີນ - ອາ​ຊຽນ ເລີ່​ມນຳ​ເຂົ້າ​ເຄື່ອນ​ໄຫວ​​ແຕ່​ວັນ​ທີ 27/5, ຢູ່​ທ່າ​ກຳ່​ປັ່ນ ກິນ​ເຈົາ, ຂຶ້ນ​ກັບ​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ​ຊົນ​ເຜົ່າ ຈວາງ ກວາງ​ສີ, ປະ​ເທດ ຈີນ, ສູນ​ດັ່ງກ່າວ​ຈະ​ສະໜອງ​ການ​ໜູນ​ຊ່ວຍ​ເພື່ອ​ເພີ່ມ​ທະວີ​ດ້ານ​ການ​ຄ້າ​ກໍ່​ຄື​ ການ​ນຳ​ໃຊ້​ກອມ​ພິວ​ເຕີ​ຢູ່​ບັນດາ​ທ່າ​ກຳ່​ປັ່ນ​ຂອງ ຈີນ​ ​ແລະ ອາ​ຊຽນ. ສຸນ​ນີ້​ແມ່ນ​ໂຄງການ​ສຳຄັນ​ໃນ​ເຄືອ​ຂ່າຍ​ຮ່ວມ​ມື​ບັນດາ​ນະຄອນ​ທ່າ​ກຳ່​ປັ່ນ​ ຂອງ​ຈີນ ​ແລະ ສະມາຄົມ​ປະຊາ​ຊາດ​ບັນດາ​ປະ​ເທດ ອາ​ຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ).

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່ ກິນ​ເຈົາ ກໍ່​ໄດ້​ຈັດ​ຕັ້ງ​ພິທີ​ລົງມື​ກໍ່ສ້າງສູນ​ກໍ່ສ້າງ​ການ​​ເດີນ​ທະ​ເລ ຈີນ - ອາ​ຊຽນ. ພາຍຫຼັງ​ກໍ່ສ້າງ​ສຳ​ເລັດ​ໃນ​ທ້າຍ​ປີ​ນີ້, ສູນ​ນີ້​ຈະ​ຮັບ​ຜິດ​ຊອບໜ້າ​ທີ່​ກໍ່ສ້າງ​ບັນດາ​ລູກ​ເຮືອ ​ແລະ ຜູ້​ບັນຊາ​ໃຫ້​ບັນດາ​ກຳ່​ປັ່ນ​ທ່ອງ​ທ່ຽວ​ຢູ່​ພາຍ​​ໃນ​ປະ​ເທດ ​ແລະ ສາກົນ.





ຂ່າວ/ບົດ​ອື່ນ