ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໄດ້ຮັບການລົງນາມຢ່າງສຳເລັດຜົນ

(VOVWORLD) -ວັນທີ 15 ພະຈິກ ພາຍຫຼັງກອງສຸດຍອດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຄັ້ງທີ 4, ການນຳ 10 ປະເທດ ອາຊຽນ ແລະ 5 ປະເທດຄູ່ຮ່ວມມືຄື ອົດສະຕາລີ, ຈິນ, ຍີ່ປຸ່ນ, ສ ເກົາຫຼີ ແລະ ນິວຊີແລນ ໄດ້ລົງນາມໃນສັນຍາຄູ້ຮ່ວມມື ເສດຖະກິດຮອບດ້ານພາກພື້ນ (RCEP) ໂດຍພາຍໃຕ້ການເປັນສັກຂີພະຍານຂອງບັນດາການນຳ ບັນດາປະເທດອາຊຽນ ແລະ 5 ປະເທດຄູ່ຮ່ວມມື
ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໄດ້ຮັບການລົງນາມຢ່າງສຳເລັດຜົນ - ảnh 1ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ເຈິ່ນຕ໊ວນແອັງ ຕາງໜ້າໃຫ້ຝ່າຍ ຫວຽດນາມ ລົງນາມໃນສັນຍາພາຍໃຕ້ການເປັນສັກຂີພະຍານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ 

ພິທີລົງນາມໄດ້ຖືກດຳເນີນຕາມຮູບການອອນລາຍ. ຢູ່ສະຖານທີ່ ຫວຽດນາມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ເຈິ່ນຕ໊ວນແອັງ ຕາງໜ້າໃຫ້ຝ່າຍ ຫວຽດນາມ ລົງນາມໃນສັນຍາພາຍໃຕ້ການເປັນສັກຂີພະຍານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ກ່າວຄຳເຫັນໃນພິທີລົງນາມທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ພາຍຫຼັງເຈລະຈາເປັນເວລາ 8 ປີ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືໄດ້ສຳເລັດການເຈລະຈາ (RCEP) ຢ່າງມີໄຊ ດ້ວຍປະລິມານໜ້າວຽກຢ່າງໃຫຍ່ຫຼວງ  ອັນໄດ້ເປີດໄລຍະຮ່ວມທາງດ້ານເສດຖະກິດການຄ້າໃໝ່ ທີ່ເຕັມໄປດ້ວຍແງ່ຫວັງດີ. ຂອບເຂດຮ່ວມມືໃໝ່ຂອງສັນຍາ ຈະປະກອບສ່ວນຍູ້ແຮງ ວິວັດທະນາການກໍ່ສ້າງປະຊາຄົມເສດຖະກິດ ອາຊຽນ 2025.

ຕອບກັບ

ຂ່າວ/ບົດ​ອື່ນ