ສັນຕິພາບມີຄວາມໝາຍແລະບົດບາດພິເສດໃນການຊຸກຍູ້ແລະປົກປ້ອງສິດທິມະນຸດ

ສັນຕິພາບມີຄວາມໝາຍແລະບົດບາດພິເສດໃນການຊຸກຍູ້ແລະປົກປ້ອງສິດທິມະນຸດ - ảnh 1
ບົດ​ບາດ​ຂອງ​ສັນຕິ​ພາບ​ໃນ​ການ
​ຊຸກຍູ້ ​ແລະ ​ປົກ​ປ້ອງ​ສິດທິ​ມະນຸດ
(ພາບ: dangcongsan.vn)

(vovworld) - ​ ​​ເພື່ອ​ສະໜອງ​ວັນ​ສາກົນ​ສັນຕິພາບ (21/09) ​​ເຊິ່ງສະຫະ​ປະຊາ​ຊາດ​​ໄດ້ຈັດ​ຕັ້ງ​ ​ປະຈຳ​ປີ, ວັນ​ທີ 29/09 ຢູ່ ຮ່າ​ໂນ້ຍ, ຄະນະ​ກຳມະການ​ສັນຕິພາບ ຫວຽດນາມ ສົມທົບ​ກັບ​ສະ​ຖາ​ບັນ​ຄົ້ນຄວ້າ​ສິ​ດທິມະນຸດ (ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດໂຮ່ຈີ​ມິນ)ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ບົດ​ບາດ​ຂອງ​ສັນຕິ​ພາບ​ໃນ​ການ​ຊຸກຍູ້ ​ແລະ ​ປົກ​ປ້ອງ​ສິດທິ​ມະນຸດ”. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ອວງຈູ​ລື​ວ ປະທານ​ຄະນະ​ກຳມະການ​ສັນຕິພາບ ຫວຽດນາມ ​ເນັ້ນ​ໜັກ​ວ່າ: ບົດບາດ​ຂອງ​ສັນຕິພາບ​ໃນ​ການ​ປົກ​ປ້ອງ​ສິດທິ​ມະນຸດ ​ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດ ​​ເຊິ່ງໄດ້​ລະບຸ​ໄວ້​ໃນ​ລັດຖະທຳ​ມະນູນ​ປີ 2013 ຂອງ ຫວຽດນາມ. ຢູ່ ຫວຽດນາມ ບັນດາ​ສິດທິ​ມະນຸດ, ສິດ​ພົນລະ​ເມືອງ​ກ່ຽວ​ກັບ​ການ​ເມືອງ, ພົ​ນລະ​ເຮືອນ, ​ເສດຖະກິດ, ວັດທະນະທຳ, ສັງຄົມ​ໄດ້​ຮັບ​ການຮັບຮອງ​ເອົາ, ​ເຄົາລົບ, ປົກ​ປ້ອງ, ຮັບປະກັນ​ຕາມ​ລັດຖະທຳ​ມະນູນ ​ແລະ ກົດໝາຍ. ທ່ານ ອວງຈູ​ລື​ວ ກໍ່​ສະ​ເໜີ​ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ຄວນ​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ເນື້ອ​ໃນ​ຕົ້ນຕໍ​ຄື: ​ແນະນຳ​ ​ແລະ ​ໄຈ້​ແຍກນິຍາມ​ກ່ຽວ​ກັບ​ສິດ​ສັນຕິພາບ, ຄວາມ​ໝາຍ, ບົດບາດ, ຄຸນຄ່າ​ຂອງ​ສັນຕິພາບ​ໃນ​ການຮັບປະກັນ​ສິດທິມະນຸດ ​ແລະ ບັນດາ​ໄພ​ນາບ​ຂູ່​ຕໍ່​ສິດ​ສັນຕິພາບ​ຂອງ​ມະນຸດ; ​ແບ່ງປັນ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ນະ​ໂຍບາຍ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ ​ເພື່ອ​ສັນຕິພາບ ​ແລະ ພັດທະນາ​ແບບ​ຍືນ​ຍົງຂອງ ຫວຽດນາມ; ບົດຮຽນ ​ແລະ ຜົນງານ​ຂອງ ຫວຽດນາມ ​ໃນ​ການ​ຮັບປະກັນ​ສິດທິ​ມະນຸດ ​ໂດຍ​ຜ່ານ​ການ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ, ສັນຕິພາບ ສະຖຽນ​ລະ​ພາບ; ບັນດາ​ບັນຫາ​ສາສະໜາ, ​ເຊື້ອ​ຊາດ​ຜິວ​ພັນ…​ທີ່​ມີຕໍ່​ບັນ​ຫາ​ສັນຕິພາບ ​ແລະ ສິດທິ​ມະນຸດ.

 

ຂ່າວ/ບົດ​ອື່ນ