ສູນວາງຢາສະຫລົບ,ໂຮງໝໍມິດຕະພາບຫວຽດນາມ-ເຢຍລະມັນຕ້ອນຮັບນາມມະຍົດວິລະຊົນແຮງງານ

ສູນວາງຢາສະຫລົບ,ໂຮງໝໍມິດຕະພາບຫວຽດນາມ-ເຢຍລະມັນຕ້ອນຮັບນາມມະຍົດວິລະຊົນແຮງງານ - ảnh 1
ສູນວາງຢາສະຫລົບ,ໂຮງໝໍມິດຕະພາບຫວຽດນາມ-ເຢຍລະມັນ
ຕ້ອນຮັບນາມມະຍົດວິລະຊົນແຮງງານ

(vovworld) –  ຕອນ​ບ່າຍ​ວັນ​ທີ 26/2, ຢູ່ ຮ່າ​ໂນ້ຍ, ​ໂຮງໝໍ​ມິດຕະພາບ ຫວຽດນາມ - ​ເຢຍລະ​ມັນ ​ໄດ້​ຈັດ​ຕັ້ງ “ພິທີ​ສະ​ເຫຼີ​ມສະຫຼອງ 61 ປີ​ແຫ່ງ​ວັນ​ແພດ​ໝໍ ຫວຽດນາມ (27/2/1955 – 27/2/2016) ​ແລະ ຕ້ອນຮັບ​ນາມມະຍົດ​ວິລະ​ຊົນ​ແຮງ​ງານ​ຂອງ​ສູນ​ວາງຢາ​ສະຫລົບ ​ແລະ ຟື້ນຟູ​ຊີບ”. ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ມອບ​ນາມມະຍົດ​ວິລະ​ຊົນ​ແຮງ​ງານ​ໃຫ້​ແກ່​ໝູ່​ພະນັກງານ​ສູນວາງຢາ​ສະຫລົບ ​ແລະ ຟື້ນຟູ​ຊີບ ​ແລະ ມອບ​ຫຼຽນ​ໄຊ​ແຮງ​ງານ​ໃຫ້ 2 ບຸກຄົນ​ຂອງ​ໂຮງໝໍ​ແຫ່ງ​ນີ້​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ເບິ່ງ​ແຍງ​ຮັກສາ​ສຸຂະພາບ​ໃຫ້​ແກ່​ປະຊາຊົນ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ ຫງວຽນ​ທິກິມຕ໋ຽນ ​ເນັ້ນ​ໜັກ​ວ່າ: ຄວາມ​ເປັນ​ກຽດ​ອັນ​ໃຫຍ່​ຫຼວງ​ນີ້​ແມ່ນ​ການ​ປະກອບ​ສ່ວນ​ຂອງ​ພະນັກງານ​ການ​ແພດ ​ແລະ ພາລະ​ກອນ​ຂອງ​ໂຮງໝໍ ​ແລະ ສູນ​ຜ່ານ​ໄລຍະ​ຕ່າງໆ. ​ແຕ່ລະ​ໝູ່​ຄະນະ ​ແລະ ພາລະ​ກອນ​ຂອງ​ໂຮງໝໍ​ຕ້ອງ​​ສືບ​ຕໍ່​ສູ້ຊົນ​ຍູ້​​ແຮງ​ວຽກ​ງານ​ວິຊາ​ຊີບ, ຄົ້ນ​ຄ້ວາ​ວິທະຍາສາດ ​ແລະ ໝູນ​ໃຊ້, ບຳລຸງ​ສ້າງ​ແນະນຳ​ວິຊາ​ຊີບ​ໃຫ້​ແກ່​ຂັ້ນ​ລຸ່ມ, ປ່ຽນ​ໃໝ່​ຈິດ​ໃຈ, ວີຖີ​ການ​ຮັບ​ໃຊ້​ຄົນ​ເຈັບ​ເພື່ອ​ກາຍ​ເປັນ​ສູນ​​ແຖວ​ໜ້າ​ຂອງ​ທົ່ວ​ປະ​ເທດ.


ຂ່າວ/ບົດ​ອື່ນ