ສິ້ນສຸດຂໍ້ລິເລີ່ມລວມຫວຽດນາມ-ຍີ່ປຸ່ນໄລຍະທີ5

ສິ້ນສຸດຂໍ້ລິເລີ່ມລວມຫວຽດນາມ-ຍີ່ປຸ່ນໄລຍະທີ5 - ảnh 1
ການ​ປະຊຸມຂໍ້​ລິ​ເລີ່​ມລວມ ຫວຽດນາມ-​ຍີ່ປຸ່ນ ໃນ​ເດືອນ 7/2013
(ພາບ: japan-circle.vn)

(vovworld) - ວັນ​ທີ 9/12, ຢູ່​ຮ່າ​ໂນ້ຍ, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ໄດ້​ສົມທົບ​ກັບ​ສະຖານທູດ​ຍີ່ປຸ່ນ ປະຈຳ​ຫວຽດນາມ, ຄະນະ​ກຳມະການ​ເສດຖະກິດ​ ຫວຽດນາມ -​ ຍີ່ປຸ່ນ ຈັດ​ຕັ້ງ​ການ​ປະຊຸມ​ຂັ້ນ​ສູງ​ຕີ​ລາຄາ​ທ້າຍ​ໄລຍະທີ 5 ຂອງ  ຂໍ້​ລິ​ເລີ່​ມລວມ ຫວຽດນາມ-​ຍີ່ປຸ່ນ. ຕາມ​ໝາກຜົນ​ຕີ​ລາຄາ​ຂອງ​ຄະນະ​ກຳມະການ​      ຕີ​ລາຄາ ​ແລະ ສົ່ງ​ເສີມ​ຂໍ້​ລິ​ເລີ່​ມລວມ ຫວຽດນາມ-​ຍີ່ປຸ່ນ ​ແລ້ວ, ພາຍຫຼັງ 16 ​ເດືອນ​ທີ່​ຜັນ​ຂະຫຍາຍ​ແຜນການ​ເຄື່ອນ​ໄຫວ​ໄລຍະທີ 5, ມີ 77% ກິດຈະກຳຍ່ອຍ​ໄດ້​ຮັບ​ການປະຕິບັດ​ສຳ​ເລັດ, ສ່ວນ​ຍັງ​ເຫຼືອ​ພວມຮັບ​ການ​ຜັນ​ຂະຫຍາຍ. ບັນດາ​ກິດຈະກຳ​ຍ່ອຍ​ໄດ້​ຮັບ​ປະສົບ​​ສຳ​ເລັດ​ ລວມມີ: ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຂົນ​ສົ່ງ-​ພາສີ, ຄວາມ​ປອດ​ໄພ​ສະບຽງ​ອາຫານ, ສ່ວຍ​ສາອາກອນ, ທະນາຄານ, ຊັບ​ສິນ​ທາງ​ປັນຍາ, ການ​ກໍ່ສ້າງ​ໂຄງ​ລ່າງ. ທ່ານ Hiroshi Fukada, ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ​ ປະຈຳ​ຫວຽດນາມ ​ໃຫ້​ຮູ້​ວ່າ:

                ຂໍ້​ລິ​ເລີ່​ມລວມ ​ແມ່ນ​ກົນ​ໄກ​ການ​ຮ່ວມ​ມື​ທີ່ສຳຄັນ​ໃນ​ການ​ພົວພັນ ຫວຽດນາມ-​ຍີ່ປຸ່ນ. ຜ່ານ​ແຜນການ​ເຄື່ອນ​ໄຫວ​ໃນ​ແຕ່ລະ​ໄລຍະ, ພວກຂ້າພະ​ເຈົ້າ​ຫວັງ​ວ່າສາມາດ​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​​ແຫ່ງການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່​ ຫວຽດນາມ, ຜ່ານ​ນັ້ນ, ຊ່ວຍ​ຫວຽດນາມ ດຶງ​ດູດ​ໄດ້​ແຫຼ່ງ​ເງິນ​ທຶນ​ຈາກ​ຕ່າງປະ​ເທດ​ຫຼາຍ​ກ່ວາ​ອີກ ກໍ່​ຄື​ປະກອບສ່ວນ​ພັດທະນາ​ເສດຖະກິດ​ປະ​ເທດ ແລະ ຫວັງ​ວ່າ​ໄລຍະທີ 6 ຂອງ​ຂໍ້​ລິ​ເລີ່​ມລວມ ຫວຽດນາມ-​ຍີ່ປຸ່ນ ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ກ່ວາ​ໃຫ້​ແກ່​ເສດຖະກິດ​ ຫວຽດນາມ ຕາມ​ກົນ​ໄກ​ເປີດອົກ​ເປີດ​ໃຈ​ສະດວກ​ສະບາຍ, ​ເປັນ​ເຈົ້າ​ກ່ວາ, ​ເພື່ອ​ໃຫ້ ຫວຽດນາມ ສາມາດ​ເຂົ້າ​ຮ່ວມ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ​ແລະ ບັນດາ​ສັນ​ຍາ​ເສດຖະກິດ​ການ​ຄ້າ​ທີ່ສຳຄັນ.


ຂ່າວ/ບົດ​ອື່ນ