ສິນ​ເຊື່ອ​ໜູນ​ຊ່ວຍ​ຂະ​ແໜງ​ປ່າ​ໄມ້, ສິນ​ໃນ​ນ້ຳ​ຮັກ​ສາ​ທີ່​ຕັ້ງ​ສົ່ງ​ອອກຕື້ USD

(VOVWORLD) - ໃນໄລຍະຜ່ານມາ, ທະນາຄານແຫ່ງລັດ  ໄດ້ຊີ້ນຳບັນດາທະນາຄານ ຜັນຂະຫຍາຍໂຄງການສິນເຊື່ອທີ່ມີມູນຄ່າປະມານ 15.000 ຕື້ດົ່ງ (620 ລ້ານ USD) .
ສິນ​ເຊື່ອ​ໜູນ​ຊ່ວຍ​ຂະ​ແໜງ​ປ່າ​ໄມ້, ສິນ​ໃນ​ນ້ຳ​ຮັກ​ສາ​ທີ່​ຕັ້ງ​ສົ່ງ​ອອກຕື້ USD - ảnh 1

ກອງປະຊຸມສຳມະນາ “ສິນເຊື່ອໜູນຊ່ວຍຂະແໜງປ່າໄມ້, ສິນໃນນ້ຳຮັກສາທີ່ຕັ້ງສົ່ງອອກຕື້ USD”. (ພາບ: congthuong.vn)

       ຕອນບ່າຍວັນທີ 12 ເມສາ, ຢູ່ນະຄອນ ຫາຍຟ່ອງ, ໜັງສືພິມແຮງງານ ສົມທົບກັບທະນາຄານແຫ່ງລັດ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາ “ສິນເຊື່ອໜູນຊ່ວຍຂະແໜງປ່າໄມ້, ສິນໃນນ້ຳຮັກສາທີ່ຕັ້ງສົ່ງອອກຕື້ USD”.

   ໂດຍໄດ້ປະຕິບັດການຊີ້ນຳຂອງລັດຖະບານ, ໃນໄລຍະຜ່ານມາ, ທະນາຄານແຫ່ງລັດ  ໄດ້ຊີ້ນຳບັນດາທະນາຄານ ຜັນຂະຫຍາຍໂຄງການສິນເຊື່ອທີ່ມີມູນຄ່າປະມານ 15.000 ຕື້ດົ່ງ (620 ລ້ານ USD) ດ້ວຍອັດຕາດອກເບັ້ຍຕ່ຳສຸດແມ່ນ 1-2%/ປີເມື່ອທຽບກັບລະດັບອັດຕາດອກເບັ້ຍໃຫ້ກູ້ຢືມສະເລ່ຍໃນໄລຍະດຽວກັນ, ເພື່ອແນໃສ່ໜູນຊ່ວຍບັນດາວິສາຫະກິດທຳການຜະລິດ, ປຸ້ງແຕ່ງເຄື່ອງປ່າຂອງດົງ, ສິນໃນນ້ຳ, ອັນໄດ້ຊ່ວຍຂະແໜງກະສິກຳ ກຳແໜ້ນທີ່ຕັ້ງເປັນເສົາຄ້ຳຂອງພື້ນຖານເສດຖະກິດ. ທ່ານດ່າວມິນຕູ, ຮອງຜູ້ວ່າການປະຈຳທະນາຄານແຫ່ງລັດ ຫວຽດນາມ ໃຫ້ຮູ້ວ່າ:

   ຖ້າໃຊ້ໝົດ 30.000 ຕື້ດົ່ງ ກໍ່ພ້ອມແລ້ວທີ່ຈະສະເໜີໃຫ້ເພີ່ມຂຶ້ນເປັນ 45.000 ຫຼື 50.000 ຕື້ດົ່ງ ເພື່ອສ້າງແຮງກະຕຸ້ນ ໃຫ້ບັນດາວິສາຫະກິດຂະແໜງປ່າໄມ້, ສິນໃນນ້ຳ ຜ່ານຜ່າຄວາມຫຍຸ້ງຍາກ. ປ່າໄມ້, ສິນໃນນ້ຳ ແມ່ນຂະແໜງສຳຄັນທີ່ສຸດຂອງພື້ນຖານເສດຖະກິດ, ຍ້ອນວ່າ ມັນບໍ່ພຽງແຕ່ໄດ້ແກ້ໄຂບັນຫາສົ່ງອອກ ເພື່ອມີເງິນຕ່າງປະເທດເທົ່ານັ້ນ ຫາກຍັງໄດ້ແກ້ໄຂບັນຫາແຮງງານທີ່ຫຼວງຫຼາຍອີກດ້ວຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ