ສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 14

(VOVWORLD) - ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3, ຕອນເຊົ້າວັນທີ 29 ພຶດສະພາ ບັນດາສະມາຊິກສະພາແຫ່ງຊາດຮັບຟັງທ່ານ ຟານວັນເຊົ໋າ ຫົວໜ້າອົງການກວດກາລັດຖະບານ, ໄດ້ຮັບການມອບໝາຍສິດຈາກນາຍົກລັດຖະມົນຕີ ສະເໜີໃບຍື່ນສະເໜີຮ່າງກົດໝາຍວ່າດ້ວຍການຟ້ອງຮ້ອງ (ສະບັບປັບປຸງ)
ສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 14 - ảnh 1 ສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 14 (ພາບ: ຫວຽດນາມ+)

ຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດທ່ານ ຫງວຽນຄັກດິງ ສະເໜີບົດລາຍງານຜົນແຫ່ງການກວດກາຮ່າງກົດໝາຍວ່າດ້ວຍຟ້ອງຮ້ອງ (ສະບັບປັບປຸງ). ຮ່າງກົດໝາຍສືບຕໍ່ສືບທອດການກຳກົດຂອງກົດໝາຍວ່າດ້ວຍຟ້ອງຮ້ອງກ່ຽວກັບການລະເມີດການດັດແກ້. ໃນນັ້ນ ກຳນົດກ່ຽວກັບການຟ້ອງຮ້ອງ ແລະ ແກ້ໄຂໃບຟ້ອງຮ້ອງສຳລັບ 2 ກຸ່ມລະເມີດກົດໝາຍ. ພ້ອມກັນນັ້ນ ຮ່າງກົດໝາຍ ຍັງກຳນົດກ່ຽວກັບບັນຫາປົກປ້ອງຟ້ອງຮ້ອງ ແລະ ຄຸ້ມຄອງວຽກງານແກ້ໄຂໃບຟ້ອງຮ້ອງ; ຍ້ອງຍໍ ແລະ ແກ້ໄຂການກະທຳລະເມີດ. ທ່ານ ຫງວຽນວັນແກງ ສະມາຊິກສະພາແຫ່ງຊາດແຂວງ ບີງດິງ ສະເໜີວ່າ:

        “ພິເສດສຳລັບຊັບສິນແມ່ນສິດນຳໃຊ້ທີ່ດິນ, ຊັບສິນຕິດພັນກັບທີ່ດິນ, ຄວນກຳນົດຈະ ແຈ້ງເມື່ອນຳໃຊ້ບັນດາຊັບສິນນີ້ ເຂົ້າໃນເປົ້າໝາຍໃຫ້ເຊົ່າ, ຮ່ວມທຸລະກິດ, ຮ່ວມສຳພັນຕ້ອງກຳນົດເວລາໃຫ້ເຊົ່າ ແລະ ຮ່ວມມື. ພິເສດແມ່ນບັນດາຊັບສິນຢູ່ໃກ້ເຂດສຳນັກງານປົກຄອງ ແຕ່ການໃຫ້ເຊົ່າ, ຮ່ວມທຸລະກິດ, ຮ່ວມສຳພັນບໍ່ໄດ້ກໍ່ຜົນສະທ້ອນຕໍ່ການເຄື່ອນໄຫວຂອງບັນດາສຳນັກງານປົກຄອງທີ່ກ່ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ