ສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14

(VOVWORLD) - ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14, ຕອນເຊົ້າວັນທີ 27 ຕຸລາ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບບົດລາຍງານຄົ້ນຄວ້າຄວາມເປັນໄປໄດ້ຂອງໂຄງການຖອນທີ່ດິນຄືນ, ຊົດເຊີຍ, ໜູນຊ່ວຍ, ເຂດສ້າງຕັ້ງຖິ່ນຖານຄົງທີ່ທ່າອາກາດສະຍານສາກົນ ລອງແທງ. 
ສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14 - ảnh 1 ສະມາຊິກສະພາແຫ່ງຊາດແຂວງ ດົງນາຍ ເຢືອງຈູງກວກ

ບັນດາສະມາຊິກສະພາແຫ່ງຊາດຖືວ່າ: ໂຄງການລົງທຶນກໍ່ສ້າງທ່າອາກາດສະຍານສາກົນ ລອງແທງ ແມ່ນໂຄງການສຳຄັນລະດັບຊາດ, ມີຂອບຂະໜາດການຖອນທີ່ດິນກ້ວາງໃຫຍ່, ເຊິ່ງໄດ້ຮັບການວາງແຜນຜັງແຕ່ປີ 2005. ສະມາຊິກສະພາແຫ່ງຊາດແຂວງ ດົງນາຍ ເຢືອງຈູງກວກ ສະເໜີວ່າ:

        “ເລື່ອງຍົກຍ້າຍປະຊາຊົນແມ່ນການບຸກເບີກໜ້າພຽງກໍ່ສ້າງກິດຈະກຳ ແຕ່ກໍ່ຕ້ອງກໍ່ສ້າງເຂດວັດທະນະທຳ, ເຂດຕົວເມືອງກ່ອນ. ຍ້ອນວ່າ ຄຽງຂ້າງພື້ນຖານໂຄງລ່າງໃຫຍ່ຄືສະໜາມບິນ ລອງແທງ ນັ້ນ ຮຽກຮ້ອງໃຫ້ມີການພັດທະນາຕົວເມືອງຢ່າງປອດໃສ, ບໍ່ແມ່ນຊົນນະບົດຢູ່ຂ້າງກິດຈະກຳໃຫຍ່ນັ້ນ. ກ່ຽວກັບສິດຜົນປະໂຫຍດຂອງປະຊາຊົນ ພວກເຮົາມີວິທີຄິດໄລ່ຄ່າຊົດເຊີຍໃຫ້ເຂົາເຈົ້າ”.

ຕອບກັບ

ຂ່າວ/ບົດ​ອື່ນ