ສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14

(VOVWORLD) - ຕອນບ່າຍວັນທີ 08 ມິຖຸນາ, ສະພາແຫ່ງຊາດເຮັດວຽກຢູ່ຫໍປະຊຸມ ຮັບຟັງບົດລາຍງານອະພິປາຍ, ຮັບເອົາຄຳເຫັນ ແລະ ປັບປຸງຮ່າງມະຕິກ່ຽວກັບໂຄງການສ້າງກົດໝາຍ, ລັດຖະດຳລັດປີ 2019, ດັດປັບໂຄງການສ້າງກົດໝາຍ, ລັດຖະດຳລັດປີ 2018
ສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14 - ảnh 1ສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14 

ຕອນບ່າຍວັນທີ 08 ມິຖຸນາ, ສະພາແຫ່ງຊາດເຮັດວຽກຢູ່ຫໍປະຊຸມ ຮັບຟັງບົດລາຍງານອະພິປາຍ, ຮັບເອົາຄຳເຫັນ ແລະ ປັບປຸງຮ່າງມະຕິກ່ຽວກັບໂຄງການສ້າງກົດໝາຍ, ລັດຖະດຳລັດປີ 2019, ດັດປັບໂຄງການສ້າງກົດໝາຍ, ລັດຖະດຳລັດປີ 2018; ຮ່າງມະຕິກ່ຽວກັບໂຄງການສ້າງກົດໝາຍ, ລັດຖະດຳລັດປີ 2019, ດັດປັບໂຄງການສ້າງກົດໝາຍ, ລັດຖະດຳລັດປີ 2018; ລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບໂຄງການສ້າງກົດໝາຍ, ລັດຖະດຳລັດປີ 2019, ດັດປັບໂຄງການສ້າງກົດໝາຍ, ລັດຖະດຳລັດປີ 2018.

     ໃນຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍການປ້ອງກັນຊາດ (ສະບັບປັບປຸງ); ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຕຳຫລວດທະເລ ຫວຽດນາມ. ດ້ວຍບັດເຫັນດີເຫັນພ້ອມ 100%, ສະມາຊິກສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບໂຄງການສ້າງກົດໝາຍ, ລັດຖະດຳລັດປີ 2019, ດັດປັບໂຄງການສ້າງກົດໝາຍ, ລັດຖະດຳລັດປີ 2018. ເມື່ອປຶກສາຫາລືຢູ່ຫໍປະຊຸມ, ບັນດາສະມາຊິກສະພາແຫ່ງຊາດລ້ວນແຕ່ເຫັນດີເປັນເອກະພາບກ່ຽວກັບຄວາມຈຳເປັນໃນການ ປະກາດໃຊ້ກົດໝາຍວ່າດ້ວຍຕຳຫລວດທະເລ ຫວຽດນາມ, ແນໃສ່ປັບປຸງກົດໝາຍວ່າດ້ວຍຕຳຫລວດທະເລ ຫວຽດນາມ ໃຫ້ສົມບູນແບບ, ປະກອບສ່ວນເພີ່ມທະວີກຳລັງແຮງບົ່ມຊ້ອນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ກໍ່ສ້າງບັນດາກຳລັງຢູ່ທະເລ, ແກ້ໄຂບັນດາສິ່ງຕິດຂັດ, ບໍ່ລົງລອຍກັນໃນການຈັດຕັ້ງ ປະຕິບັດລັດຖະດຳລັດຂອງກຳລັງຕຳຫລວດທະເລ. ກ່ຽວກັບທັດສະນະສ້າງກົດໝາຍ, ສະມາຊິກສະພາແຫ່ງຊາດ ຟ້າມດີງກຸກ, ຄະນະສະມາຊິກສະພາແຫ່ງຊາດແຂວງ ບາເຣຍ - ຫວູງເຕົາ ຖືວ່າ:

        “ຂ້າພະເຈົ້າເຫັນດີຕໍ່ເລື່ອງປະກາດໃຊ້ກົດໝາຍວ່າດ້ວຍຕຳຫລວດທະເລ ຫວຽດນາມ ຍ້ອນວ່າ ທະເລຕາເວັນອອກມີເນື້ອທີ່ 3,5 ລ້ານກິໂລຕາແມັດ, ໃນນັ້ນ ເນື້ອທີ່ທະເລຂອງ ຫວຽດນາມ ມີກ່ວາ 1 ລ້ານກິໂລຕາແມັດ ມີທີ່ຕັ້ງຄັນທີ່ສຸດ. ປັດຈຸບັນສະພາບການຢູ່ທະເລຕາເວັນອອກ ຍັງສັບສົນຫລາຍຢ່າງ, ສະນັ້ນ ໜ້າທີ່ຂອງຕຳຫລວດທະເລ ຫວຽດນາມ ແມ່ນໜັກໜ່ວງທີ່ສຸດ…ດັ່ງນັ້ນ ເລື່ອງປະກາດໃຊ້ກົດໝາຍວ່າດ້ວຍຕຳຫລວດທະເລ ຫວຽດນາມ ແມ່ນຈຳເປັນ ແລະ ຮີບດ່ວນ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ