ສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 14

(VOVWORLD) - ຕອນເຊົ້າວັນທີ 24 ພຶດສະພາ, ສະພາແຫ່ງຊາດ ຫວຽດນາມ ຮັບຟັງບົດລາຍງານອະພິປາຍ, ຮັບເອົາຄຳເຫັນ, ດັດປັບຮ່າງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ (ສະບັບປັບປຸງ) ແລະ ປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບນີ້.
ສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 14 - ảnh 1 ສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 14

ເລື່ອງສ້າງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ (ສະບັບປັບປຸງ) ໃນໄລຍະປັດຈຸບັນ ເພື່ອແນໃສ່ຈຸດປະສົງສ້າງພື້ນຖານໃຫ້ແກ່ການຄຸ້ມຄອງພາສີອາກອນທັນສະໄໝ, ສຳພັດກັບບັນດາມາດຖານ, ທຳນຽມສາກົນ, ສ້າງເງື່ອນໄຂສະດວກໃຫ້ແກ່ຜູ້ເສຍພາສີອາກອນ, ໃຫ້ອົງການຄຸ້ມຄອງພາສີອາກອນປະຕິບັດສິດ, ພັນທະຂອງຜູ້ເສຍພາສີອາກອນຢ່າງເຂັ້ມງວດ; ສິດ ແລະ ຄວາມຮັບຜິດຊອບຂອງອົງການຄຸ້ມຄອງພາສີອາກອນຕາມຂໍ້ກຳນົດຂອງກົດໝາຍ, ຕັ້ງໜ້າປ້ອງກັນຕ້ານການສໍ້ລາດບັງຫລວງ, ໄພຫຍໍ້ທໍ້. ປຶກສາຫາລືຢູ່ຫໍປະຊຸມ, ທ່ານ ເຈິ່ນວັນຕ໊ຽນ ສະມາຊິກສະພາແຫ່ງຊາດແຂວງ ຫວີງຟຸກ ຖືວ່າ:

        “ສະເໜີຄະນະຮຽບຮຽງຄົ້ນຄວ້າ ແລະ ຫັນບັນດາມາດຕາທີ່ລະບຸໃນກົດໝາຍເປັນລະອຽດ ເພື່ອຮັບປະກັນລັກສະນະເປີດເຜີຍ, ກະຈ່າງແຈ້ງ, ລະອຽດຂອງຮ່າງກົດໝາຍ. ກົດໝາຍສະບັບນີ້ ໄດ້ກຳນົດການຄຸ້ມຄອງພາສີອາກອນປະເພດຕ່າງໆ, ບັນດາບ້ວງລາຍຮັບອື່ນຂອງງົບປະມານແຫ່ງລັດ.

        ເລື່ອງປັບປຸງກົດໝາຍວ່າດ້ວຍການຄຸ້ມຄອງພາສີອາກອນໃນໄລຍະນີ້ ແມ່ນເໝາະສົມທີ່ສຸດ, ພິເສດແມ່ນໃນສະພາບການທີ່ ຫວຽດນາມ ໄດ້ ແລະ ພວມເຂົ້າຮ່ວມບັນດາສັນຍາການຄ້າເສລີກັບບັນດາປະເທດ, ພາກພື້ນ ແລະ ທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ