ສືບ​ຕໍ່​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ ກຳ​ມາ​ທິ​ການການ​ຕ່າງ​ປະ​ເທດ​ໃນ​ອາ​ຍຸ​ການ ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV

(VOVWORLD) -  ຕອນເຊົ້າວັນທີ 29 ເມສາ, ຢູ່ຫໍປະຊຸມສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເປັນປະທານການເຮັດວຽກກັບຄະນະປະຈຳ ກຳມາທິການຕ່າງປະເທດ ຂອງສະພາແຫ່ງຊາດ.
 ສືບ​ຕໍ່​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ ກຳ​ມາ​ທິ​ການການ​ຕ່າງ​ປະ​ເທດ​ໃນ​ອາ​ຍຸ​ການ ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເປັນປະທານການເຮັດວຽກ (ພາບ: quochoi.vn)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຖືວ່າ, ໃນໄລຍະຜ່ານມາ, ກໍາມາທິການຕ່າງປະເທດ ປະຕິບັດບັນດາໜ້າທີ່ທີ່ໄດ້ຮັບການມອບໝາຍໄດ້ເປັນຢ່າງດີ. ດ້ວຍລັກສະນະທີ່ເປັນເອກະລັກສະເພາະ, ກຳມາທິການພົວພັນຕ່າງປະເທດ ຍັງປະຕິບັດໜ້າທີ່ທາງການທູດ ກັບສະພາແຫ່ງຊາດບັນດາປະເທດ, ບັນດາອົງການລະຫວ່າງລັດຖະສະພາ ໂລກ ແລະ ພາກພື້ນ, ສະເໜີບັນດາບັນຫາທີ່ກ່ຽວຂ້ອງເຖິງນະໂຍບາຍພົວພັນຕ່າງປະເທດຂອງລັດ, ເປັນເສນາທິການ, ປະສານງານຂອງອົງການສະມາຊິກສະພາແຫ່ງຊາດມິດຕະພາບ ຫວຽດນາມ ແລະ ກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ ອີກດ້ວຍ.

        ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີ ໃຫ້ກຳມາທິການຕ່າງປະເທດ ສືບຕໍ່ຍົກສູງປະສິດທິຜົນການເຄື່ອນໄຫວຂອງຕົນໃນອາຍຸການສະພາແຫ່ງຊາດຊຸດທີ XV ໃຫ້ຫຼາຍກວ່າອີກ, ພິເສດແມ່ນ, ປະຕິບັດຖືກຕ້ອງຕາມທັດສະນະ, ກຳນົດທິດໃນເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງ ພັກ, ເພື່ອກຳນົດໄດ້ບັນດາບັນຫາຈຸດສຸມ, ຍຸດທະສາດ, ບໍລິເວນຈຸດສຸມໃນບັນດາການເຄື່ອນໄຫວສອງຝ່າຍ ແລະ ຫຼາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ