ສືບຕໍ່ຍູ້ແຮງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ເລິກເຊິ່ງຂຶ້ນຕື່ມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍເພີ່ມທະວີການເຊື່ອມຕໍ່ທາງລົດໄຟ, ທາງບົກ, ທາງທະເລ, ຄົ້ນຄ້ວາພັດທະນາບາງເສັ້ນທາງລົດໄຟຄວາມໄວສູງເຊື່ອມຕໍ່ສອງປະເທດ, ລົງນາມຂໍ້ຕົກລົງຊອກຫາກູ້ໄພກູ້ຊີບບົນທະເລໂດຍໄວ
ສືບຕໍ່ຍູ້ແຮງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ເລິກເຊິ່ງຂຶ້ນຕື່ມ - ảnh 1ການເຈລະຈາລະຫວ່າງສອງຝ່າຍ
(ພາບ:VOV)

ຕອນເຊົ້າວັນທີ 26 ມິຖຸນາ, ພາຍຫຼັງພິທີຕ້ອນຮັບທາງການທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໂດຍທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ເປັນປະທານ, ນາຍົກລັດຖະມົນຕີ ສອງທ່ານ ໄດ້ດຳເນີນການເຈລະຈາ.

        ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍເພີ່ມທະວີການເຊື່ອມຕໍ່ທາງລົດໄຟ, ທາງບົກ, ທາງທະເລ, ຄົ້ນຄ້ວາພັດທະນາບາງເສັ້ນທາງລົດໄຟຄວາມໄວສູງເຊື່ອມຕໍ່ສອງປະເທດ, ລົງນາມຂໍ້ຕົກລົງຊອກຫາກູ້ໄພກູ້ຊີບບົນທະເລໂດຍໄວ; ຟື້ນຟູສາຍການບິນການຄ້າຮອບດ້ານ; ເພີ່ມທະວີການຮ່ວມມືຄຸ້ມຄອງແຫຼ່ງນ້ຳຍ່ານລຸ່ມແມ່ນ້ຳຂອງ - ລ້ານຊ້າງ.

        ສ່ວນທ່ານນາຍົກລັດຖະມົນຕີ ຫຼີຊຽນ ຢັ້ງຢືນຄວາມພ້ອມທີ່ຈະພ້ອມກັບ ຫວຽດນາມ ຮ່ວມມືກັນຢ່າງແທດຈິງ, ເຮັດໃຫ້ເນື້ອແທ້ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ອຸດົມສົມບູນຂຶ້ນຕື່ມ. ທ່ານນາຍົກລັດຖະມົນຕີ ຫຼີຊຽນ ໃຫ້ຮູ້ວ່າ ລັດຖະບານ ຈີນ ສົ່ງເສີມບັນດາວິສາຫະກິດ ຈີນ, ພິເສດແມ່ນວິສາຫະກິດຂະໜາດໃຫຍ່, ເຕັກໂນໂລຊີສູງຂອງ ຈີນ ເປີດກ້ວາງການລົງທຶນ ເຂົ້າບັນດາຂົງເຂດທີ່ເໝາະສົມກັບຄວາມຕ້ອງການ, ຍຸດທະສາດພັດທະນາແບບຍືນຍົງຂອງ ຫວຽດນາມ, ນຳການຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບມີປະສິດທິຜົນ, ແທດຈິງກ່ວາ.

        ສອງຝ່າຍເຫັນດີເປັນເອກະພາບຜັນຂະຫຍາຍຖະແຫຼງການຮ່ວມ ຫວຽດນາມ - ຈີນ ກ່ຽວກັບການສືບຕໍ່ຍູ້ແຮງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ເລິກເຊິ່ງຂຶ້ນຕື່ມຢ່າງມີປະສິດທິຜົນ; ຮັກສາການແລກປ່ຽນ, ພົບປະຂັ້ນສູງ ແລະ ທຸກຂັ້ນ, ຍູ້ແຮງການພົວພັນແລກປ່ຽນ, ການຮ່ວມມືຜ່ານຊ່ອງພັກ, ລະຫວ່າງລັດຖະບານສອງປະເທດ, ສະພາແຫ່ງຊາດ, ແນວໂຮມປະເທດຊາດ… ສອງຝ່າຍໄດ້ແລກປ່ຽນຢ່າງກົງໄປກົງມາ ກ່ຽວກັບບັນຫາບົນທະເລ, ເປັນເອກະພາບຢັ້ງຢືນຄວາມສຳຄັນຂອງການຄວບຄຸມຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

        ສິ້ນສຸດການເຈລະຈາ, ນາຍົກລັດຖະມົນຕີ ສອງທ່ານໄດ້ເປັນສັກຂີພິຍານພິທີລົງນາມ ແລະ ປະກາດບາງເອກະສານຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໃນບັນດາຂົງເຂດ…

ຕອນບ່າຍວັນດຽວກັນ, ຢູ່ນະຄອນ ທຽນຊິນ, ປະເທດ ຈີນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການພົບປະເຈລະຈາ ຍຸດທະສາດລະດັບຊາດ ຫວຽດນາມ ແລະ ເວທີປາໄສເສດຖະກິດ ໂລກ (WEF) ດ້ວຍຫົວຂໍ້ : ຊຸກຍູ້ບັນດາກຳລັງໜູນການເຕີບໂຕໃໝ່ເພື່ອສ້າງອະນາຄົດຂອງປະເທດຊາດ. ເຂົ້າຮ່ວມການພົບປະເຈລະຈາ, ມີທ່ານ ສຈ Klaus Schwab, ປະທານ WEF, ທ່ານ Borge Brende, ຜູ້ອຳນວຍການບໍລິຫານ WEF ພ້ອມກັບປະມານ 50 ການນຳກຸ່ມບໍລິສັດທົ່ວໂລກເຊິ່ງເປັນສະມາຊິກຂອງ WEF.

ຕອບກັບ

ຂ່າວ/ບົດ​ອື່ນ