ສືບຕໍ່ຍູ້ແຮງການຮ່ຳຮຽນແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດໂຮ່ຈີມິນ

ສືບຕໍ່ຍູ້ແຮງການຮ່ຳຮຽນແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດໂຮ່ຈີມິນ - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 20/03 ຢູ່​ນະຄອນ ​ເຫວ໋, ຄະນະ​ໂຄສະ​ນາ​ສຶກສາ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸ​ມ​ແລກປ່ຽນຖອດ​ຖອນ​ບົດຮຽນ​ວຽກ​ງານການ​ປະຕິບັດ​ຄຳ​ສັ່ງ​ເລກທີ 05 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ “ການຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແນວ​ຄິດ, ຄຸ​ນສົມບັດ, ​ແບບ​ແຜນການ​ດຳລົງ​ຊີວິດ​ປະທານ​ໂຮ່ຈີ​ມິນ” ຢູ່ບັນດາ​ແຂວງ, ນະຄອນ​ເຂດ​ພາກ​ກາງ, ​ໄຕ​ງວຽນ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ ທ່ານ ມາຍ​ວັນ​ນິງ ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ເນັ້ນ​ໜັກ​ວ່າ:

        “ພວກ​ເຮົາ​ຈັດ​ຕັ້ງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແນວ​ຄິດ​ຄຸນສົມບັດ​​ແບບ​ແຜນການ​ດຳລົງຊີວິດ​ປະທານ ​ໂຮ່ຈີ​ມິນ ​ໃຫ້ກາຍ​ເປັນ​ວຽກ​ງານ​ປະຈຳ, ວຽ​ກງານຄວາມ​ຕື່ນ​ຕົວຂອງຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ ​ແລະ ຂອງ​ພະນັກງານ​ສະມາຊິກ​ພັກ. ບັນຫາ​ການຮ່​ຳຮຽນ​​ແມ່ນ​ເຮັດໄດ້​ດີ​ແລ້ວ ​ແຕ່​ບັນຫາ​ການປະຕິບັດ​ຕາມ ຕ້ອງ​ກຳນົດ​ຂອດ​ບຸກທະລຸ. ສ່ວນ​ສຳລັບ​ສ່ວນບຸກຄົນ​ພວກ​ເຮົາ​ຕ້ອງ​ສ້າງ​ແຜນການ ​ເພື່ອຝຶກ​ຝົນ​ຫຼໍ່​ຫຼອມ​ດ້ານແນວ​ຄິດ​ຄຸນສົມບັດ ​ແລະ ​ແບບ​ແຜນການ​ດຳລົງຊີວິດ, ສະກັດ​ກັ້ນການ​​ເສຍ​ທາດ​ຂາດ​ຄຸນ​ທາງດ້ານ​ແນວ​ຄິດ ​ແລະ ​ແບບ​ແຜນການ​ດຳລົງຊີວິດ”.

ຕອບກັບ

ຂ່າວ/ບົດ​ອື່ນ