ສືບ​ຕໍ່​ຍູ້​ແຮງວຽກ​ງານ​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ​ເຜີຍ​ແຜ່ ກ່ຽວ​ກັບ​ເຂດ​ຊາຍ​ແດນ, ຜືນ​ແຜ່ນ​ດິນ​ແຫ່ງ​ຊາດ

(VOVWORLD) -ຕອນຄ່ຳວັນທີ 5 ທັນວາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີມອບລາງວັນການປະກວດ ແລະ ງານວາງສະແດງພາບຖ່າຍສິລະປະ “ຄວາມເອກອ້າງທະນົງໃຈລຽບເຂດຊາຍແດນ” ຄັ້ງທີ 2 - ປີ 2022.
ສືບ​ຕໍ່​ຍູ້​ແຮງວຽກ​ງານ​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ​ເຜີຍ​ແຜ່ ກ່ຽວ​ກັບ​ເຂດ​ຊາຍ​ແດນ, ຜືນ​ແຜ່ນ​ດິນ​ແຫ່ງ​ຊາດ - ảnh 1 ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ກ່າວຄຳເຫັນທີ່ ພິທີ

ພາຍຫຼັງການປຸກລະດົມມາເປັນ 5 ເດືອນ, ຄະນະຈັດຕັ້ງ ໄດ້ຮັບພາບຖ່າຍເຂົ້າຮ່ວມການປະກວດ ເກືອບ 10.000 ແຜ່ນຂອງນັກຖ່າຍນູລ 1000 ຄົນ ທີ່ມາຈາກ 63 ແຂວງ, ນະຄອນໃນທົ່ວປະເທດ. ສະພາມອບລາງວັນໄດ້ເຊີດຊູ 22 ຜົນງານດີເດັ່ນທີ່ສຸດ 22  ແລະ ມອບລາງວັນຄຳ 2 ລາງວັນ, ລາງວັນເງິນ 4 ລາງວັນ, ລາງວັນທອງ 6 ລາງວັນ ແລະ ລາງວັນຊົມເຊີຍ 10 ລາງວັນໃຫ້ແກ່ຜູຸ້ຖ່າຍຮູບ. ກ່າວຄຳເຫັນນະທີ່ນີ້, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເນັ້ນໜັກວ່າ:

ດ້ວຍໝາກຜົນທີ່ບັນລຸໄດ້ ໃນການປະກວດພາບຖ່າຍສິລະປະລະດັບຊາດ “ຄວາມເອກອ້າງທະນົງໃຈເຂດຊາຍແດນ”, ຂ້າພະເຈົ້າເຊື່ອໝັ້ນວ່າ ຄະນະຈັດຕັ້ງຈະສືບຕໍ່ຄົ້ນຄ້ວາ, ປ່ຽນແປງໃໝ່ວິທີການຈັດຕັ້ງບັນດາການເຄື່ອນໄຫວໂຄສະນາກ່ຽວກັບເຂດຊາຍແດນຜືນແຜ່ນດິນແຫ່ງຊາດໃນໄລຍະຈະມາເຖິງ. ສືບຕໍ່ຈັດຕັ້ງບັນດາການສອບເສັງທີ່ມີຂອບຂະໜາດ ແລະ ສົມກັບໜ້າທີ່ກ່ວາອີກ, ຜ່ານນັ້ນສົ່ງເສີມລະດົມກຳລັງໃຈວົງການນັກສິລະປະການ, ປັນຍາຊົນ, ນັກວິທະຍາສາດ, ລຸ້ນໜູ່ມ ເຂົ້າຮ່ວມວຽກງານປະດິດແຕ່ງໂຄສະນາ, ເຜີຍແຜ່ກ່ຽວກັບຫົວຂໍ້ເຂດຊາຍແດນແຫ່ງຊາດ, ໂຄສະນາກ່ຽວກັບການປັກຫຼັກຫຼາຍ ແລະ ຄຸ້ມຄອງເຂດຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ