ສືບຕໍ່ຖືມະນຸດເປັນໃຈກາງຂອງວິວັດການພັດທະນາ, ຮັບປະກັນນະໂຍບາຍສັງຄົມ

(VOVWORLD) -ດັດຊະນີການພັດທະນາມະນຸດ (HDI) ປີ 2020 ມີການດັດປັບໃນຕາຕະລາງຈັດອັນດັບຂອງສະຫະປະຊາຊາດ (ຈາກອັນດັບທີ 128/187 ໃນປີ 2011 ຂຶ້ນອັນດັບ 117 ໃນປີ 2020).
ສືບຕໍ່ຖືມະນຸດເປັນໃຈກາງຂອງວິວັດການພັດທະນາ, ຮັບປະກັນນະໂຍບາຍສັງຄົມ - ảnh 1ທ່ານຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫງວຽນວັນໂຮ່ຍ
(ພາບ: TTXVN)

        ຕອນເຊົ້າວັນທີ 16 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ສົມທົບກັບສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ສະພາທິດສະດີສູນກາງ, ຈັດກອງປະຊຸມສຳມະນາ “ຕີລາຄາໝາກຜົນ 10 ປີແຫ່ງການປະຕິບັດມະຕິສູນກາງພັກຄັ້ງທີ 5 ຊຸດທີ 12, ບາງບັນຫາກ່ຽວກັບນະໂຍບາຍສັງຄົມໄລຍະ 2012 - 2020”. ພາຍຫຼັງປະຕິບັດມາເປັນເວລາ 10 ປີ, ມະຕິບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ, ໃນນັ້ນດັດຊະນີການພັດທະນາມະນຸດ (HDI) ປີ 2020 ມີການດັດປັບໃນຕາຕະລາງຈັດອັນດັບຂອງສະຫະປະຊາຊາດ (ຈາກອັນດັບທີ 128/187 ໃນປີ 2011 ຂຶ້ນອັນດັບ 117 ໃນປີ 2020). ໂດຍກຳນົດທິດໃນໄລຍະຈະມາເຖິງ, ທ່ານຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫງວຽນວັນໂຮ່ຍ ໃຫ້ຮູ້ວ່າ: ຫວຽດນາມ ສືບຕໍ່ຖືມະນຸດເປັນໃຈກາງຂອງວິວັດການພັດທະນາ, ຮັບປະກັນນະໂຍບາຍສັງຄົມ.

        “ຫວຽດນາມ ມີແຜນການຈະປະກາດໃຊ້ມະຕິໃໝ່ກ່ຽວກັບນະໂຍບາຍສັງຄົມໃຫ້ແກ່ໄລຍະ 2023 – 2030, ວິໄສທັດຮອດປີ 2045 ເພື່ອຄຸ້ມຄອງ ແລະ ພັດທະນາເສດຖະກິດ ໃຫ້ສອດຄ່ອງກັບເປົ້າໝາຍກາຍເປັນປະເທດພັດທະນາມີລາຍຮັບປານກາງສູງໃນປີ 2030 ແລະ ແມ່ນປະເທດພັດທະນາມີລາຍຮັບສູງໃນປີ 2045. ຮ່າງມະຕິສະບັບໃໝ່ຈະໄດ້ຍື່ນສະເໜີຕໍ່ຄະນະບໍລິຫານງານສູນກາງພັກຊຸດທີ XIII ເພື່ອຮັບຮອງເອົາທີ່ກອງປະຊຸມສູນກາງພັກເທື່ອທີ 7, ຊຸດທີ XIII”.

ຕອບກັບ

ຂ່າວ/ບົດ​ອື່ນ