ສືບຕໍ່ທະວີຄູນຮູບແບບຟື້ນຟູສະມັດຕະພາບຮ່າງກາຍຜູ້ປະສົບເຄາະຮ້າຍຈາກທາດພິດເຄມີໂດຍອີງໃສ່ປະຊາຄົມ

(VOVWORLD) -ໂຄງການໄດ້ຮັບການຜັນຂະຫຍາຍຢູ່ 11 ແຂວງ, ນະຄອນ
ສືບຕໍ່ທະວີຄູນຮູບແບບຟື້ນຟູສະມັດຕະພາບຮ່າງກາຍຜູ້ປະສົບເຄາະຮ້າຍຈາກທາດພິດເຄມີໂດຍອີງໃສ່ປະຊາຄົມ - ảnh 1ທ່ານສາດສະດາຈານ, ປະລິນຍາເອກ ເຈິນວັນທວນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໄດ້ເປັນປະທານກອງປະຊຸມທາງໄກ
(ພາບ: moh.gov.vn)

        ວັນທີ 13 ມີນາ, ຈາກ ຮ່າໂນ້ຍ, ທ່ານສາດສະດາຈານ, ປະລິນຍາເອກ ເຈິນວັນທວນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໄດ້ເປັນປະທານກອງປະຊຸມທາງໄກ ສະຫຼຸບໂຄງການເບິ່ງແຍງສຸຂະພາບ ແລະ ຟື້ນຟູສະມັດຕະພາບຮ່າງກາຍຜູ້ປະສົບເຄາະຮ້າຍຈາກທາດພິດເຄມີ/ ດີໂອຊີນ ໄລຍະ 2018 – 2022 ໂດຍກົມຄຸ້ມຄອງການກວດ, ປິ່ນປົວພະຍາດ (ກະຊວງສາທາລະນະສຸກ ຫວຽດນາມ) ຈັດຂຶ້ນ.

        ກະຊວງສາທາລະນະສຸກ ຫວຽດນາມ ໄດ້ອະນຸມັດຜ່ານໂຄງການດັ່ງກ່າວໃນວັນທີ 24 ພະຈິກ 2017 ແລະ ໄດ້ຕໍ່ກຳນົດເວລາຮອດວັນທີ 31 ທັນວາ 2022. ໂຄງການໄດ້ຮັບການຜັນຂະຫຍາຍຢູ່ 11 ແຂວງ, ນະຄອນ, ລວມມີ: ລາວກາຍ, ທາຍງວຽນ, ກວາງນິງ, ຫາຍຟ່ອງ, ແທັງຮວາ, ເງະອານ, ຮ່າຕິ້ງ, ກວາງນາມ, ບິ່ງດິ້ງ, ດົ່ງທາບ, ເບັນແຈ. ມາຮອດປະຈຸບັນ, ໂຄງການໄດ້ສິ້ນສຸດໄລຍະ 2018-2022 ແລະ ສຳເລັດທຸກເປົ້າໝາຍ, ຄາດໝາຍພື້ນຖານແລ້ວ; ມີຜູ້ປະສົບເຄາະຮ້າຍຈາກທາດພິດເຄມີ ແລະ ລູກຂອງຜູ້ປະສົບເຄາະຮ້າຍ 35.817 ຄົນ ໄດ້ຮັບການສຳຫຼວດ ແລະ ສ້າງເປັນບັນຊີລາຍຊື່ຕິດຕາມສຸຂະພາບ, ບັນລຸ 100% ເປົ້າໝາຍທີ່ໄດ້ວາງອອກ.

        ກະຊວງສາທາລະນະສຸກ ຮຽກຮ້ອງໃຫ້ບັນດາຫົວໜ່ວຍ, ທ້ອງຖິ່ນສືບຕໍ່ທະວີຄູນຮູບແບບເບິ່ງແຍງ, ຟື້ນຟູ ສະມັດຕະພາບຮ່າງກາຍຜູ້ປະສົບເຄາະຮ້າຍຈາກທາດພິດເຄມີ ແລະ ຄົນພິການ… ໂດຍການອີງໃສ່ປະຊາຄົມ ອອກສູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ