ສືບຕໍ່ບັນດາການເຄື່ອນໄຫວ “ການທ່ອງທ່ຽວແດງ-ເດີນຕາມຮອຍຂອງປະທານໂຮ່ຈີມິນ”

ສືບຕໍ່ບັນດາການເຄື່ອນໄຫວ “ການທ່ອງທ່ຽວແດງ-ເດີນຕາມຮອຍຂອງປະທານໂຮ່ຈີມິນ” - ảnh 1
ທ່ານ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ
ຫວູ​ຊວນ​ຮົ່ງ ມອບ​ຂອງ​ຂວັນ​ທີ່​ລະ​ນຶກ​ໃຫ​້​ເຮືອນ​ມິດ​ຕະ​ພາບ
ຫວຽດ​ນາມ-ຈີນ

(vovworld) – ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ “ການ​ທ່ອງ​ທ່ຽວ​ແດງ - ເດີນ​ຕາມ​ຮອຍ​​ຂອງ ປະ​ທານ ໂຮ່​ຈີ​ມິນ” ແລະ ງານ​ມະ​ໂຫລານ​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ ຫວຽດ​ນາມ - ຈີນ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ຈີນ ແລະ 125 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ ໂຮ່​ຈີ​ມິນ, ວັນ​ທີ 21/5, ຢູ່​ນະ​ຄອນ ​ເທິ໋ງ​ຖົວ, ແຂວງ ກວາງ​ຊີ, ໄດ້​ດຳ​ເນີນ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ຊາວ​ໜຸ່ມ - ເຍົ​າ​ວະ​ຊົນ​ເຂດ​ຊາຍ​ແດນ ຈີນ - ຫວຽດ​ນາມ ແລະ ງານ​ຕັ້ງ​ຄ້າຍ​ມິດ​ຕະ​ພາບ, ການ​ໂອ້​ລົມ​ສົນ​ທະ​ນາ “ການ​ທ່ອງ​ທ່ຽວ​ແດງ - ​ເດີນຕາມ​ຮອຍ​​ຂອງ​ປະ​ທານ ໂຮ່​ຈີ​ມິນ” ແລະ ງານ​ມະ​ໂຫລານ​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ ຫວຽດ​ນາມ - ຈີນ.

        ກ່າວ​ຄຳ​ເຫັ​ນ​ທີ່​ງານ​ພົບ​ປະ​ແລກ​ປ່ຽນ, ທ່ານ​ຮອງ​ເລ​ຂາ​ຄະ​ນະ​ຊາວ​ໜຸ່ມ​ແຂວງ, ປະ​ທານ​ສະ​ພາ​ກອງ​ເຍົາ​ວະ​ຊົນ​ແຂວງ ລ້າງ​ເຊີນ  ໂລກ​ມິງ​ຮຽບ ເນັ້ນ​ໜັກ​ວ່າ: ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ຄັ້ງ​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍ​ທີ່​ສຸດ ແລະ ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ຊາວ​ໜຸ່ມ, ເຍົາ​ວະ​ຊົນແຂວງ ລ້າງ​ເຊີນ ແລະ ກວາງ​​ຊີ ເວົ້າ​ສະ​ເພາະກໍ​ຄື​ໄວ​ໜຸ່ມ ແລະ ປະ​ຊາ​ຊົນ 2 ປະ​ເທດ​ເວົ້າ​ລວ​ມ.

        ຕອນ​ບ່າຍ​ວັນ​ດຽວ​ກັນ, ຢູ່​ນະ​ຄອນ ເທິ໋ງ​ຖົວ, ຄະ​ນະ​ຜູ້​ແທນ​ນະ​ຄອນ​ໂດຍ​ທ່ານ ​ເຜິງ​ຊູ໋ຍ​ຈວຽນ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ເທິ໋ງ​ຖົວ, ເປັນ​ຫົວ​ໜ້າ​ຄະ​ນະ​ໄດ້​ເຈ​ລະ​ຈາ​ກັບ​ຄະ​ນະ​ຜູ້​ແທນ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ໂດຍ​ທ່ານ ປະ​ທານ ຫວູ​ຊວນ​ຮົ່ງ ເປັນ​ຫົວ​ໜ້າ​ດ້ວຍ​ຫົວ​ຂໍ້​ວ່າ “ການ​ທ່ອງ​ທ່ຽວ​ແດງ - ​ເດີນຕາມ​ຮອຍ​​ຂອງ​ປະ​ທານ ໂຮ່​ຈີ​ມິນ” ແລະ ງານ​ມະ​ໂຫລານ​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ ຫວຽດ​ນາມ - ຈີນ.

 


ຂ່າວ/ບົດ​ອື່ນ