ສືບຕໍ່ບັນດາການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ຍີ່ປຸ່ນ

(VOVWORLD) - ສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ຕອນບ່າຍວັນທີ 5 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ ດ້ວຍການເຂົ້າຮ່ວມຂອງຜູ້ແທນ, ວິສາຫະກິດ 1.600 ຄົນ, ໃນນັ້ນມີນັກທຸລະກິດ ຫວຽດນາມ 200 ຄົນ.
ສືບຕໍ່ບັນດາການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ຍີ່ປຸ່ນ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ 

ນີ້ແມ່ນກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ ດ້ວຍຂອບຂະໜາດໃຫຍ່ທີ່ສຸດໃນປະຈຸບັນຢູ່ຍີ່ປຸ່ນ, ໂດຍອົງການສົ່ງເສີມການຄ້າ ຍີ່ປຸ່ນ (JETRO) ສົມທົບກັບກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ທະນາຄານ BTMU, ທະນາຄານ Viettinbank ຈັດຕັ້ງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ສືບຕໍ່ກໍ່ສ້າງ, ສ້າງສັນບັນດາປັດໄຈເພື່ອສ້າງທ່າແຮງໃນການແກ່ງແຍ້ງໃຫ້ແກ່ພື້ນຖານເສດຖະກິດ, ຫວັງວ່າບັນດານັກລົງທຶນ ຍີ່ປຸ່ນ ສືບຕໍ່ເພີ່ມທະວີການລົງທຶນຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ ຫງວຽນຈີ້ຢູ້ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ເຈີ່ນຕ໋ວນແອງ, ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ມີການໂອ້ລົມສົນທະນາ, ແລກປ່ຽນກັບບັນດານັກລົງທຶນ ຍີ່ປຸ່ນ.

        ກ່ອນໜ້ານັ້ນ, ຕອນທ່ຽງວັນທີ 5 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມການໂອ້ລົມສົນທະນາໂດຍກະຊວງແຜນການ ແລະ ການລົງທຶນສົມທົບກັບທະນາຄານອຸດສາຫະກຳ ການຄ້າ (Viettinbank) ແລະ ທະນາຄານ Bank of Tokyo – Mitsubishi UFJ (BTMU), ຍີ່ປຸ່ນຈັດຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ