ສືບຕໍ່ບັ້ນຮົບທວງເອົາຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາດທາດພິດສີສົ້ມ/ດີໂອຊີນ

ສືບຕໍ່ບັ້ນຮົບທວງເອົາຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາດທາດພິດສີສົ້ມ/ດີໂອຊີນ - ảnh 1
​ທ່ານ​ພົນ​ໂທ ຫງວຽນ​ວັນຣິງ, ປະທານ​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ຫວຽດນາມ
(ພາບປະກອບຈາກ dangcongsan.vn)


(vovworld) – ​ໃນ​ຕະຫຼອດ 10 ປີ​ຜ່ານ​ມາ, ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ຫວຽດນາມ ຍາມ​ໃດ​ກໍ່​ຕັ້ງໜ້າ​ຢືດໝັ້ນ, ຮ່ວມ​ເດີນທາງ​ພ້ອມ​ກັບ​ບັນດາຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ການ​ຕໍ່ສູ້​ທວງ​ເອົາ​ຄວາມ​ຍຸຕິ​ທຳ. ວິວັດ​ການ​ຊອກ​ຫາ​ຄວາມ​ຍຸຕິ​ທຳ​ໃຫ້​ບັນດາຜູ້​ປະສົບ​ເຄາະ​ຮ້າຍ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ​ແຕ່​ສະມາຄົມ​ຈະ​ພະຍາຍາມ​ຢ່າງ​ສຸດ​ຈິດ​ສຸດ​ໃຈ, ຕໍ່ສູ້​ດ້ວຍ​ຫຼາຍ​ຮູບການ. ​ທ່ານ​ພົນ​ໂທ ຫງວຽນ​ວັນຣິງ, ປະທານ​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ຫວຽດນາມ ຢັ້ງຢືນ​ຄື​ແນວ​ນັ້ນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍຮ້າຍຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ຫວຽດນາມ (10/1/2004 – 10/1/2014).

    ຕາມ​ພົນ​ໂທ ຫງວຽນ​ວັນຣິງ ​ແລ້ວ, 10 ປີ​ຜ່ານ​ມາ, ​ເຖິງ​ວ່າການ​ຕໍ່​ສູ້​ຍັງ​ບໍ່​ທັນ​ຍາດ​ໄດ້​ໄຊຊະນະ​ສຸດ​ທ້າຍ ​ແຕ່​​ບັນລຸ​ໝາກຜົນ​ໃນ​ເບື້ອງ​ຕົ້ນ. ນັ້ນ​ແມ່ນ​ການ​ສະໜັບສະໜູນ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ປະຊາຊົນ​ທັງ​ພາຍ​​ໃນ ​ແລະ ຕ່າງປະ​ເທດ, ພິ​ເສດ​ແມ່ນ​ປະຊາຊົນ ອາ​ເມ​ລິ​ກາ. ທ່ານພົນ​ໂທ ຫງວຽນ​ວັນຣິງ ​ເວົ້າ​ວ່າ:

    “ພວ​ກ​ເຮົາ​ອາດ​ສາມາດ​ຟ້ອງ​ຮ້ອງ​ບັນດາ​ບໍລິສັດ​ເຄມີ​ ອາ​ເມ​ລິ​ກາ ​ໃນ​ປະ​ເທດ ອາ​ເມ​ລິ​ກາ ຫຼື​ວ່າ​ຟ້ອງ​ຮ້ອງ​ຢູ່​ປະ​ເທດ​ທີ 3 ຖ້າ​ຫາກ​ກົດໝາຍ​ຂອງ​ປະ​ເທດ​ນັ້ນ​ອະນຸຍາດ. ທີ 2 ​ແມ່ນ ພວກ​ຂ້າພະ​ເຈົ້າ​ໄດ້​ຂົນຂວາຍ​ລັດຖະບານ ອາ​ເມ​ລິ​ກາ,  ປະຊາຊົນ ອາ​ເມ​ລິ​ກາ ໜູນ​ຊ່ວຍ​ມະນຸດສະທຳ​ໃຫ້​ບັນດາ​ຜູ້​ປະສົບ​ເຄາະຮ້າຍ. ທີ 3 ​ແມ່ນ ຂົນຂວາຍ ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ໜູນ​ຊ່ວຍ​ໃຫ້ຜູ້​ປະສົບ​ເຄາະຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ດ້ວຍ​ວິທີວາງ​ຮ່າງ​ກົດໝາຍ​ໜູນ​ຊ່ວຍ​ໃຫ້ຜູ້​ປະສົບ​ເຄາະຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ. ການຕໍ່​ສູ້ທວງ​ເອົາ​ຄວາມ​ຍຸຕິ​ທຳ​​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ແຕ່​ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າຄວາມ​ເປັນ​ທຳ​ຈະ​ໄຊຊະນະ”

    ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ຫວຽດນາມ, ຢູ່​ບັນດາ​ແຂວງ, ນະຄອນ ​ໃນ​ທົ່ວ​ປະ​ເທດ​ມີ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ຕ່າງໆ​ຄື: ​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍຮ້າຍຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສ້າງຊີວິດ​​ເປັນ​ປົກກະຕິ, ​ເຊື່ອມ​​ຕົວ​ເຂົ້າ​ກັບ​ປະຊາ​ຄົມ​.

    ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍຮ້າຍຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ນະຄອນ ​ເກີນ​​ເທີ ພວມ​ຍຸ້​ແຮງ​ວຽກ​ງານ​ບຳລຸງ​ສ້າງ​ວິຊາ​ຊີບ ​ແລະ ຈັດ​ແບ່ງ​ວຽກ​ເຮັດ​ງານ​ທຳ​ໃຫ້​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍທີ່ມີ​ຄວາມ​ສາມາດອອກ​ແຮງ​ງານ​ໄດ້, ສ້າງ​ຖັນ​ແຖວ​ພະນັກງານ, ນັກ​ອາສາ​ສະໝັກ​ມີ​ຄວາມສຸດ​ຈິດ​ສຸດ​ໃຈ​ເພື່ອ​ເບິ່ງ​ແຍງ​ດູ​ແລ​ຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມ​ທີ່​ບໍ່​ສາມາດ​ກຸ້ມ​ຕົນ​ເອງ​ໄດ້.​

   


ຂ່າວ/ບົດ​ອື່ນ