ສືບຕໍ່ປ່ຽນໃໝ່ວຽກງານ ເປັນເສນາທິການສັງລວມ, ຮັບໃຊ້ການບໍລິຫານ ຂອງລັດຖະບານ

ສືບຕໍ່ປ່ຽນໃໝ່ວຽກງານ ເປັນເສນາທິການສັງລວມ, ຮັບໃຊ້ການບໍລິຫານ ຂອງລັດຖະບານ - ảnh 1
ກອງປະຊຸມຖືກຈັດຕັ້ງໃນຕອນເຊົ້າວັນທີ 21/1
(ພາບ: VGP/Nhật Bắc)


(vovworld) – ​​​ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ ອີນ​ເຕີ​ເນັດ ສະຫລຸບວຽກງານ ປີ 2013, ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2014 ຂອງ​ຫ້ອງ​ວ່າການ​ລັດຖະບານ​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 21/1, ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເນັ້ນ​ໜັກ​ວ່າ: ຫ້ອງ​ວ່າການ​ລັດຖະບານ​ຄວນ​ຕັ້ງໜ້າ, ​ເປັນ​ເຈົ້າ​ການ, ປະຕິບັດ​ວຽກ​ງານ​ເປັນ​ເສ​ນາ​ທິການ, ຊ່ວຍ​ວຽກງານສັງລວມ, ຮັບ​ໃຊ້​​ວຽກ​ງານ​ຊີ້​ນຳ​ບໍລິຫານ​ຂອງ​ລັດຖະບານ, ນາຍົກລັດຖະມົນຕີ​ຢ່າງມີປະສິດທິຜົນ. ບົນ​ຈິດ​ໃຈ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຊີ້​ນຳ​ວ່າ​: ກ່ອນ​ອື່ນ​ໝົດ, ຫ້ອງ​ວ່າການ​ລັດຖະບານ​ຄວນ​ເພີ່ມ​ທະວີ​ການສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ ​ເພື່ອ​ສືບ​ຕໍ່​ປະຕິບັດ​ວຽກ​ງານ​ກໍ່ສ້າງ, ຄຸ້ມ​ຄອງ, ຕິດຕາມ​ກວດກາ, ​ຊຸກຍູ້, ຕີ​ລາຄາ​ການ​ປະຕິບັດ​​ລາຍການ​ວຽກ​ງານ​ຂອງ​ລັດຖະບານ​ເປັນ​ຢ່າງ​ດີ, ​ເພີ່ມ​​ເຕີມ, ປັບປຸງ​ແຜນການ​ຢ່າງ​ທັນ​ການ. ​ແຜນການ​ດຳ​ເນີນ​ງານ​ຂອງ​ລັດຖະບານ​ຕ້ອງ​ຕິດ​ພັນ​ກັບ​ບັນດາ​ມະຕິ​ສູນ​ກາງພັກ, ຕ້ອງ​ມີ​ລັກສະນະລວບລວມ, ຕິດ​ພັນ​ກັບ​ຊີວິດ​ຕົວ​ຈິງ, ຕິດ​ພັນ​ກັບ​ສະພາບ​ການ​​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ, ຕິດ​ພັນ​ກັບ​ໜ້າ​ທີ່​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ​, ປະກອບສ່ວນ​ຮັບປະກັນ​ຜົນ​ສັກສິດ, ປະສິດທິ​ຜົນ​ວຽກ​ງານ​ຊີ້​ນຳ​ບໍລິຫານ​ຂອງ​ລັດຖະບານ.

 

 

ຂ່າວ/ບົດ​ອື່ນ