ສືບຕໍ່ມານະພະຍາຍາມເສີມສ້າງສາຍພົວພັນລະຫວ່າງ ຫວຽດນາມ ແລະ ລາວ

(VOVWORLD) -ຕອນບ່າຍວັນທີ 7 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ທີ່ພວມຢ້ຽມຢາມຫວຽດນາມ
ສືບຕໍ່ມານະພະຍາຍາມເສີມສ້າງສາຍພົວພັນລະຫວ່າງ ຫວຽດນາມ ແລະ ລາວ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ທ່ານຮອງນາຍົກລັດຖະມົນຕີລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ

     ທີ່ການຕ້ອນຮັບ, ການນຳ 2 ທ່ານໄດ້ເຫັນດີເປັນເອກະສັນກັນວ່າ ໃນສະພາບການໂລກ ແລະ ພາກພື້ນທີ່ສັບສົນ, 2 ຝ່າຍຄວນສືບຕໍ່ມານະພະຍາຍາມເສີມສ້າງ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. 2 ຝ່າຍເຫັນດີເປັນເອກະສັນປະຕິບັດການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ບັນດາກົນໄກຮ່ວມມືສຳຄັນຂອງສອງປະເທດທີ່ຍັງເຫຼືອໃນປີສາມັກຄີມິດຕະພາບ, ໃນນັ້ນມີກອງປະຊຸມຄັ້ງທີ 45 ຄະນະກຳມະການຮ່ວມມືທະວິພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ແລະ ພິທີອັດ "ປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ 2022”. ພ້ອມກັນນັ້ນ, ສືບຕໍ່ຍູ້ແຮງບັນດາເສົາຄ້ຳຮ່ວມມືຄື: ດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ພະຍາຍາມຍູ້ແຮງການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ; ຊຸກຍູ້ການຜັນຂະຫຍາຍບັນດາໂຄງການຈຸດສຸມຄື: ທ່າກຳປັ່ນ ວັງແອງ 1, 2, 3 (ແຂວງ ຮ່າຕິ້ງ, ຫວຽດນາມ) ແລະ ສະໜາມບິນ ໜອງຄ້າງ (ແຂວງຫົວພັນ, ລາວ); ບັນດາໂຄງການເຊື່ອມຕໍ່ທາງບົກ, ທາງລົດໄຟຕາມທິດຕາເວັນອອກ-ຕາເວັນຕົກ, ພ້ອມກັນນັ້ນກໍຍົກສູງປະສິດທິຜົນການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ວັດທະນະທຳ ແລະ ການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ