ສືບຕໍ່ວາລະປະຊຸມທີ4ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ14

ສືບຕໍ່ວາລະປະຊຸມທີ4ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ14 - ảnh 1
ສືບຕໍ່ວາລະປະຊຸມທີ4ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ14

(vovworld) - ​ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ທີ 4 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14, ຕອນ​ເຊົ້າ​ວັນ​ທີ 04/10, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຮັບ​ຟັງ​ລັດຖະບານ, ສານ​ປະຊາຊົນ​ສູງ​ສຸດ, ອົງການ​ໄອຍະ​ການ​ປະຊາຊົນ​ສູງ​ສຸດ ລາຍ​ງານ​ກ່ຽວ​ກັບ​ວຽກ​ງານ​ແກ້​ໄຂຄຳ​ຮ້ອງທຸກ, ຮ້ອງ​ຟ້ອງ​ຂອງ​ພົນລະ​ເມືອງ​ປີ 2016. ບົດ​ລາຍງານ​ໃຫ້​ເຫັນ​ວ່າ: ປີ 2016, ສະພາບ​ການ​ຮ້ອງທຸກ, ຮ້ອງ​ຟ້ອງ​ຂອງ​ພົນລະ​ເມືອງ​ມີ​ທ່າ​ຫລຸດ​ລົງ​ເມື່ອ​ທຽບ​ໃສ່​ປີ 2015. ປີ 2016, ບັນດາ​ອົງການ​ ບໍລິຫານ​ແຫ່ງ​ລັດ​ ແກ້​ໄຂ​ໄດ້​ເກືອບ 30.000 ກໍລະນີ​ຮ້ອງທຸກ, ກ່າວ​ໂທດ​ຂຶ້ນ​ກັບ​ສິດ​ອຳນາດ. ທ່ານ​ນາງ ​ເລ​ທິງາ ຫົວ​ໜ້າ​ກຳມາ​ທິການ​ຍຸຕິ​ທຳ​ຂອງສະພາ​ແຫ່ງ​ຊາດ ຫວຽດນາມ ສະ​​ເໜີ​ວ່າ ບົດ​ລາຍ​ງານ​ຂອງ​ລັດຖະບານ ຄວນ​ຕີ​ລາຄາ​ລະອຽດ​ກ່ວາ​ກ່ຽວ​ກັບ​ສາຍ​ເຫດ​ຂອງ​ສະພາບ​ການ​ຮ້ອງທຸກ​ຮ້ອງ​ຟ້ອງ​ໃນ​ປະ​ຈຸ​ບັນ ຄື​ຄວນ​ລົງທຶນລະອຽດ​ລະ​ອໍ​ກ່ວາ ສຳລັບ​ດ້ານ​ການຮ້ອງທຸກບໍລິຫານ ​ແລະ ການ​ຮ້ອງທຸກ​ກ່ຽວ​ກັບ​ຕຸລາການ.

        ຕາມ​ລາຍການ​ແລ້ວ, ຕອນ​ບ່າຍ​ວັນ​ທີ 04/10, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ດຳ​ເນີນ​ການ​ຕິດຕາມ​ກວດກາ​ຫົວ​ເລື່ອງສະ​ເພາະ: ປະສິດທິ​ຜົນ​ແຫ່ງ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ພັດທະນາ​ວິ​ທະ​ຍາ​ສາດ, ​ເຕັກ​​ໂນ​ໂລ​ຢີ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດອຸດສາຫະກຳ​ ​ແລະ ທັນສະ​ໄໝ​ໄລຍະ 2005 – 2015 ​ແລະ ກ​ຳນົດທິດ​ພັດທະນາ​ໄລຍະ​ຈະ​ມາ​ເຖິງ, ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ຍູ​້​ແຮງ​ອຸດສາຫະກຳ​ໜູນ​ຊ່ວຍ ​ແລະ ຜະລິດ​ກົນ​ຈັກ.

ຂ່າວ/ບົດ​ອື່ນ