ສືບຕໍ່ສົມທົບຢ່າງແໜ້ນແຟ້ນນະໂຍບາຍການເງິນກັບນະໂຍບາຍເງິນຕາເພື່ອຊຸກຍູ້ການຟື້ນຟູເສດຖະກິດ

(VOVWORLD) - ກະຊວງການເງິນໃຫ້ຂໍ້ສັງເກດວ່າ ປີ 2023 ຈະແມ່ນປີຍັງມີຄວາມຫຍຸ້ງຍາກຫຼາຍຢ່າງສຳລັບພື້ນຖານເສດຖະກິດ ຫວຽດນາມ...
ສືບຕໍ່ສົມທົບຢ່າງແໜ້ນແຟ້ນນະໂຍບາຍການເງິນກັບນະໂຍບາຍເງິນຕາເພື່ອຊຸກຍູ້ການຟື້ນຟູເສດຖະກິດ - ảnh 1ທ່ານຮອງລັດຖະມົນຕີ ຫງວຽນດືກຈີ, ເປັນປະທານ ການປະຊຸມຖະແຫຼງຂ່າວ
(ພາບ:Gia Hân/tapchitaichinh.vn)

ສືບຕໍ່ສົມທົບຢ່າງແໜ້ນແຟ້ນນະໂຍບານປີການເງິນກັບນະໂຍບາຍເງິນຕາເພື່ອຊຸກຍູ້ການຟື້ນຟູເສດຖະກິດ - ນີ້ແມ່ນສານໂດຍການນຳກະຊວງການເງິນ ຫວຽດນາມ ຢັ້ງຢືນໃນການຖະແຫຼງຂ່າວປະຈຳໄຕມາດທີ 4 ປີ 2022, ເຊິ່ງຈັດຂຶ້ນໃນຕອນບ່າຍວັນທີ 9 ມັງກອນ, ຢູ່ຮ່າໂນ້ຍ. ກະຊວງການເງິນໃຫ້ຂໍ້ສັງເກດວ່າ ປີ 2023 ຈະແມ່ນປີຍັງມີຄວາມຫຍຸ້ງຍາກຫຼາຍຢ່າງສຳລັບພື້ນຖານເສດຖະກິດ ຫວຽດນາມ ໃນສະພາບການເສດຖະກິດໂລກບໍ່ເປັນປົກກະຕິ. ດັ່ງນັ້ນ, ການນຳກະຊວງການເງິນ ຢັ້ງຢືນຈະສືບຕໍ່ສົມທົບນະໂຍບາຍການເງິນກັບນະໂຍບາຍເງິນຕາ ຢ່າງແໜ້ນແຟ້ນເພື່ອຊຸກຍູ້ການຟື້ນຟູເສດຖະກິດ.

        ກໍ່ໃນການຖະແຫຼງຂ່າວນີ້, ກະຊວງການເງິນໄດ້ສະໜອງຂໍ້ມູນຂ່າວກ່ຽວກັບວຽກງານການບໍລິຫານ, ນຳໃຊ້ກອງທຶນ ໂຄວິດ - 19, ຄຸ້ມຄອງລາຄານ້ຳມັນໃຫ້ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ