ສືບຕໍ່ຮຽກຮ້ອງ “ຮ່ວມແຮງຮ່ວມໃຈໜູນຊ່ວຍຄົນທຸກຍາກຕ້ອນຮັບບຸນເຕັດດ້ວຍຄວາມເບີກບານມ່ວນຊື່ນ”

(VOVWORLD) - ນີ້ແມ່ນລາຍການປະຈຳປີຂອງສະພາກາແດງເພື່ອແນໃສ່ຮຽກຮ້ອງການສະໜັບສະໜູນຈາກບັນດາຫົວໜ່ວຍ, ວິສາຫະກິດ, ບັນດາຜູ້ມີໃຈບຸນໃຈກຸສົນພ້ອມກັນຮ່ວມແຮງຮ່ວມໃຈໜູນຊ່ວຍຄົນທຸກຍາກໄດ້ຕ້ອນຮັບບຸນເຕັດ

ສືບຕໍ່ຮຽກຮ້ອງ “ຮ່ວມແຮງຮ່ວມໃຈໜູນຊ່ວຍຄົນທຸກຍາກຕ້ອນຮັບບຸນເຕັດດ້ວຍຄວາມເບີກບານມ່ວນຊື່ນ” - ảnh 1ການກວດ, ປິນປົວພະຍາດໃຫ້ຄົນທຸກຍາກ

(ພາບປະກອບ)

ວັນທີ 7 ມັງກອນ,  ຈະມາເຖິງ, ຢູ່ສູນສິລະປະ ເອົາເກີ, ຮ່າໂນ້ຍ, ສູນກາງສະພາກາແດງ ຫວຽດນາມ ໄດ້ຈັດຕັ້ງລາຍການຖ່າຍທອດສົດ “ກຳລັງແຮງແຫ່ງມະນຸດສະທຳ” ດ້ວຍຫົວຂໍ້ “ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນ” ລະດູບານໃໝ່ປີຈໍ 2018.

        ນີ້ແມ່ນລາຍການປະຈຳປີຂອງສະພາກາແດງເພື່ອແນໃສ່ຮຽກຮ້ອງການສະໜັບສະໜູນຈາກບັນດາຫົວໜ່ວຍ, ວິສາຫະກິດ, ບັນດາຜູ້ມີໃຈບຸນໃຈກຸສົນພ້ອມກັນຮ່ວມແຮງຮ່ວມໃຈໜູນຊ່ວຍຄົນທຸກຍາກໄດ້ຕ້ອນຮັບບຸນເຕັດ; ພ້ອມທັງເຊີດຊູບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ວິສາຫະກິດໄດ້ຮ່ວມເດີນທາງພ້ອມກັບສະພາກາແດງ ຫວຽດນາມ. ລາຍການປີນີ້ ໄດ້ວາງຈຸດໝາຍຂົນຂວາຍຂອງຂັວນບຸນເຕັດຢ່າງໜ້ອຍສຸດແມ່ນ 2 ລ້ານພູດ ແລະ ບຸລິມະສິດໃຫ້ບັນດາຜູ້ທຸກຍາກຢູ່ບັນດາເຂດທີ່ປະສົບກັບໄພທຳມະຊາດ, ນ້ຳຖ້ວມ.

ຕອບກັບ

ຂ່າວ/ບົດ​ອື່ນ