ສືບ​ຕໍ່ເຮັດ​ໃຫ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພາບ ເອີລົບ ​ເລິກ​ເຊິ່ງ​ກ່​ວາ​ອີກ

(VOVWORLD) - ເລື່ອງຫວຽດນາມ ແລະ ສະຫະພາບ ເອີລົບ (EU) ລົງນາມໃນສັນຍາສ້າງຂອບເຂດກ່ຽວກັບການເຂົ້າຮ່ວມຂອງຫວຽດນາມ ໃນບັນດາການເຄື່ອນໄຫວຄວບຄຸມວິກິດການຂອງ EU (ເອີ້ນຫຍໍ້ແມ່ນ FPA) ໄດ້ສ້າງພື້ນຖານຢ່າງສະດວກເພື່ອ ສືບຕໍ່ເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍ ເລິກເຊິ່ງກ່ວາອີກໃນໄລຍະຈະມາເຖິງ.
ສືບ​ຕໍ່ເຮັດ​ໃຫ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພາບ ເອີລົບ ​ເລິກ​ເຊິ່ງ​ກ່​ວາ​ອີກ - ảnh 1 ທ່ານພົນໂທ ຫງວຽນຈີ໊ວິ້ງ, ກຳມະການສູນກາງພັກ, ກຳມະການຜູ້ປະຈຳການຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມທີ່ການເຈລະຈາທາງອອນລາຍ

ນີ້ແມ່ນໜຶ່ງໃນບັນດາເນື້ອໃນທີ່ໄດ້ເນັ້ນໜັກເຖິງ ໃນການເຈລະຈາທາງອອນລາຍທີ່ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 11 ມິຖຸນາ ລະຫວ່າງ ທ່ານພົນໂທ ຫງວຽນຈີ໊ວິ້ງ, ກຳມະການສູນກາງພັກ, ກຳມະການຜູ້ປະຈຳການຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ ພົນເອກ Claudio Graziano ປະທານຄະນະກຳມະການ ການທະຫານສະຫະພາບ ເອີລົບ.

        ທີ່ການແລກປ່ຽນ, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດເສນາຮັກກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແລະ ກ້ວາງກ່ວາອີກ ແມ່ນ ຮ່ວມມືກັນຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງແບບໃໝ່. ທ່ານ ພົນໂທ ຫງວຽນຈີ໊ວິ້ງ ເນັ້ນໜັກວ່າ ໃນໄລຍະນີ້ສອງຝ່າຍຄວນຕັ້ງໜ້າກະກຽມເພື່ອສົ່ງເສີມການປະຕິບັດບັນດາຂໍ້ຕົກລົງຮ່ວມມືບົນພື້ນຖານສັນຍາ FPA ຢ່າງທັນທີພາຍຫຼັງທີ່ສະພາບການໂລກລະບາດ Covid – 19 ໄດ້ຫຼຸດຜ່ອນລົງ.

        ສ່ວນທ່ານພົນເອກ Claudio Grazianoມີຄວາມປາດຖະໜາຢາກໃຫ້ຫວຽດນາມສືບຕໍ່ເສີມຂະຫຍາຍບົດບາດເປັນໃຈກາງຂອງອາຊຽນ, ປະກອບສ່ວນເຂົ້າໃນຄວາມໝັ້ນຄົງ, ສັນຕິພາບໃນພາກພື້ນທີ່ຕິດພັນກັບຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມຮັບຜິດຊອບຂອງບັນດາປະເທດອາຊຽນ. ທ່ານພົນເອກ Claudio Graziano  ກໍ່ຢັ້ງຢືນວ່າ: ເຈດຕະນາດີ ແລະ ຄວາມຕ້ອງການໃນການຮ່ວມມືລະຫວ່າງສອງຝ່າຍ ແມ່ນພື້ນຖານເພື່ອໃຫ້ຫວຽດນາມ ແລະ EU ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດໃນຫຼາຍຂົງເຂດ ຢູ່ຂອບເຂດຂອງສັນຍາ FPA ໃນນັ້ນມີ ຂົງເຂດບຳລຸງສ້າງ, ຮັກສາສັນຕິພາບ ແລະຄວາມໝັ້ນຄົງຢູ່ທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ