ສັບປະດາຄ້ຳປະກັນດ້ານສະບຽງອາຫານ APEC 2017 ຈັດຕັ້ງແຕ່ວັນທີ 18-25 ສິງຫາ

(VOVWORLD) - ນັບແຕ່ວັນທີ 18 – 25 ສິງຫາ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງສັບປະດາຄ້ຳປະກັນດ້ານສະບຽງອາຫານ ແລະ ການໂອ້ລົມສົນທະນານະໂຍບາຍຂັ້ນສູງກ່ຽວກັບການຄຳ້ປະກັນດ້ານສະບຽງອາຫານ ແລະ ກະສິກຳແບບຍືນຍົງຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ນະຄອນ ເກີນເທີ ໃນຂອບເຂດປີ APEC 2017. 
ສັບປະດາຄ້ຳປະກັນດ້ານສະບຽງອາຫານ APEC 2017 ຈັດຕັ້ງແຕ່ວັນທີ 18-25 ສິງຫາ - ảnh 1ພາບປະກອບ 

ນີ້ແມ່ນກາລະໂອກາດເພື່ອໃຫ້ຂະແໜງກະສິກຳ ຫວຽດນາມ ແນະນຳ ແລະ ໂຄສະນາກັບບັນດາພື້ນຖານເສດຖະກິດສະມາຊິກ APEC ແລະ ບັນດາຕະຫຼາດນຳເຂົ້າຜະລິດຕະພັນກະເສດທີ່ມີຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ ກ່ຽວກັບບັນດາການເຄື່ອນໄຫວ ແລະ ຜະລິດຕະພັນກະເສດ ຫວຽດນາມ.

        ບັນດາການເຄື່ອນໄຫວ, ເຫດການຕົ້ນຕໍທີ່ສັບປະດາຄ້ຳປະກັນດ້ານສະບຽງອາຫານ APEC 2017 ຢູ່ເກີນເທີແມ່ນ: ການເຈລະຈານະໂຍບາຍຂັ້ນສູງກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານ ແລະ ການພັດທະນາກະສິກຳແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ… ຄາດວ່າ, ເມື່ອສິ້ນສຸດສັບປະດາຄ້ຳປະກັນດ້ານສະບຽບອາຫານ APEC 2017, ບັນດາລັດຖະມົນຕີຮັບຜິດຊອບດ້ານກະສິກຳພາກພື້ນ APEC ຈະຮັບຮອງເອົາ “ຖະແຫຼງການ ເກີນເທີ ກ່ຽວກັບການເພີ່ມທະວີການຄ້ຳປະກັນດ້ານສະບຽງອາຫານ ແລະ ກະສິກຳແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.”

ຕອບກັບ

ຂ່າວ/ບົດ​ອື່ນ