ສປຊ ກະຕຸກຊຸກຍູ້ ຊູດັງ ໃຕ້ ຮັກສາສັນຕິພາບ ແລະ ສະຖຽນລະພາບ

(VOVWORLD) - ໃນແຈ້ງການ, ທ່ານໄດ້ຢັ້ງຢືນວ່າ: “ວັນເອກະລາດ (ວັນທີ 9 ກໍລະກົດ) ແມ່ນຂີດໝາຍກ່ຽວກັບເລື່ອງປະເທດນີ້ໄດ້ຮັບການສ້າງຕັ້ງ
ສປຊ ກະຕຸກຊຸກຍູ້ ຊູດັງ ໃຕ້ ຮັກສາສັນຕິພາບ ແລະ ສະຖຽນລະພາບ - ảnh 1ທະຫານຂອງ UNMISS ຢູ່ຊູດັງໃຕ້
(ພາບ:AFP/TTXVN)

ວັນທີ 7 ກໍລະກົດ, ຄະນະປະຕິບັດງານຂອງ ສປຊ ປະຈຳ ຊູດັງໃຕ້ (UNMISS) ໄດ້ສະແດງຄຳໝັ້ນສັນຍາຈະຮ່ວມມືກັບປະຊາຊົນຂອງປະເທດນີ້, ກໍ່ຄືບັນດາປະເທດຄູ່ຮ່ວມມືໃນພາກພື້ນ ແລະ ສາກົນເພື່ອຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຢູ່ປະເທດ ອາບຟຣີການີ້ໃຫ້ຍືນຍົງ. ທ່ານ Nicholas Haysom, ຜູ້ຕາງໜ້າພິເສດຂອງ ທ່ານເລຂາທິການໃຫຍ່ ສປຊ ແລະ ແມ່ນຫົວໜ້າອົງການ UNMISS ຖືວ່າ: ພ້ອມກັບການຮ່ວມມື, ການພົວພັນມິດຕະພາບ ແລະ ການນຳພາແບບຍືນຍົງອາດສາມາດຊ່ວຍບັນລຸໄດ້ບັນດາການປ່ຽນແປງທີ່ຕັ້ງໜ້າຢູ່ ຊູດັງໃຕ້. ໃນແຈ້ງການ, ທ່ານໄດ້ຢັ້ງຢືນວ່າ: “ວັນເອກະລາດ (ວັນທີ 9 ກໍລະກົດ) ແມ່ນຂີດໝາຍກ່ຽວກັບເລື່ອງປະເທດນີ້ໄດ້ຮັບການສ້າງຕັ້ງ. ການສະເຫຼີມສະຫຼອງເຫດການດັ່ງກ່າວ ແມ່ນການຕັກເຕືອນກ່ຽວກັບການເສຍສະຫຼະຊີວິດຂອງປູ່ຍາຕາຍາຍ ໃນການສ້າງກາລະໂອກາດ ໃຫ້ແກ່ປະຊາຊົນ ຊູດັງໃຕ້, ເພື່ອໃຫ້ເຂົາເຈົ້າອາດສາມາດກຳແໜ້ນຊາຕາກຳລວມຂອງຕົນ”.

        ຕາມອົງການ UNMISS ແລ້ວ, ພິທີສະເຫຼີມສະຫຼອງວັນເອກະລາດ (ຄືວັນທີ 9 ກໍລະກົດ) ຈະມາເຖິງແມ່ນຈຸດເວລາສຳຄັນສຳລັບ ຊູດັງໃຕ້, ພິເສດແມ່ນເມື່ອປະເທດ ອາບຟຣີກາ ໃຕ້ນີ້ພວມໃນໄລຍະເວລາມອບສົ່ງສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ