ສປຊ ຍົກບັນຫາປະຕິຮູບສະພາຄວາມໝັ້ນຄົງ ສປຊ ແລະ ລະບົບ Bretton Woods ຂຶ້ນ

(VOVWORLD) - ວັນທີ 21 ພຶດສະພາ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນ Hiroshima (ປະເທດ ຍີ່ປຸ່ນ), ບ່ອນດຳເນີນກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ...
ສປຊ ຍົກບັນຫາປະຕິຮູບສະພາຄວາມໝັ້ນຄົງ ສປຊ ແລະ ລະບົບ Bretton Woods ຂຶ້ນ - ảnh 1ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ
(ພາບ: ສປຊ)

ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ຖືວ່າ: ໄດ້ຮອດຈຸດເວລາປະຕິຮູບທັງສະພາຄວາມໝັ້ນຄົງ ສປຊ ແລະ ລະບົບ Bretton Woods (ເຊິ່ງເປັນລະບົບການເງິນສາກົນ ແລະ ບັນດາລະບອບການເງິນທີ່ກ່ຽວຂ້ອງເຖິງການໃຊ້ສະກຸນເງິນ ໂດລາສະຫະລັດ ແທນທີ່ໃຫ້ສະກຸນເງິນໜຶ່ງດຽວເພື່ອຊຳລະເງິນຕາສາກົນ ແລະ ສະສົມໝູນວຽນ).

        ວັນທີ 21 ພຶດສະພາ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນ Hiroshima (ປະເທດ ຍີ່ປຸ່ນ), ບ່ອນດຳເນີນກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ແລະ G7 ເປີດກ້ວາງ, ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ໄດ້ຊີ້ແຈ້ງວ່າ: ທັງ ສະພາຄວາມໝັ້ນຄົງ ສປຊ ແລະ ລະບົບ Bretton Woods ລ້ວນແຕ່ສະແດງໃຫ້ເຫັນການພົວພັນໂດຍອີງໃສ່ກຳລັງແຮງນັບແຕ່ປີ 1945 ແລະ ປະຈຸບັນ, ຕ້ອງໄດ້ຍົກລະດັບເພື່ອເໝາະສົມກັບສະພາບຕົວຈິງຂອງໂລກໃນປະຈຸບັນ. ໂຄງປະກອບການເງິນທົ່ວໂລກຫຼ້າຫຼັງ, ບໍ່ມີຄວາມສາມາດ ແລະ ບໍ່ມີຄວາມຍຸຕິທຳ. ຕໍ່ໜ້າສະພາບກະທົກກະເທືອນດ້ານເສດຖະກິດຍ້ອນໂລກລະບາດໂຄວິດ - 19 ແລະ ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ລະບົບນີ້ກໍ່ບໍ່ສາມາດປະຕິບັດສຳເລັດພາລະໜ້າທີ່ພື້ນຖານຂອງຕົນ ທີ່ແມ່ນລະບົບຮັບປະກັນຄວາມປອດໄພໃຫ້ທົ່ວໂລກໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ