ສ​ປ​ຊ ຍັງບໍ່​ທັນເພິ່ງ​ພໍ​ໃຈ ຕໍ່​ຄຳ​ໝັ້ນ​ສັນ​ຍາຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ ຢູ່ COP 28

(VOVWORLD) - ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ໃຫ້ຂໍ້ສັງເກດວ່າ ບັນດາຄຳໝັ້ນສັນຍາກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ methane ອອກສູ່ສິ່ງແວດລ້ອມ “ແມ່ນບາດກ້າວເດີນທີ່ຖືກຕ້ອງ”.
ສ​ປ​ຊ ຍັງບໍ່​ທັນເພິ່ງ​ພໍ​ໃຈ ຕໍ່​ຄຳ​ໝັ້ນ​ສັນ​ຍາຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ ຢູ່ COP 28 - ảnh 1ພາບປະກອບ: AFP/TTXVN

ວັນທີ 3 ທັນວາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຖືວ່າ ບັນດາຄຳໝັ້ນສັນຍາຫຼຸດຜ່ອນອາຍພິດຢູ່ ກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຄັ້ງທີ 28 (COP28) ຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການທີ່ຈຳເປັນໃນປັດຈຸບັນ.

ກ່າວຄຳເຫັນທີ່ມື້ເຮັດວຽກທີ 4 ຂອງ COP 28, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ໃຫ້ຂໍ້ສັງເກດວ່າ ບັນດາຄຳໝັ້ນສັນຍາກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ methane ອອກສູ່ສິ່ງແວດລ້ອມ “ແມ່ນບາດກ້າວເດີນທີ່ຖືກຕ້ອງ”. ເຖິງຢ່າງກໍຕາມ, ບັນດາຄຳໝັ້ນສັນຍານີ້ ຍັງຕ່ຳກ່ວາຫຼາຍເມື່ອທຽບໃສ່ກັບ ລະດັບທີ່ຈຳເປັນຕ້ອງ. ທ່ານ Antonio Guterres ກໍ່ສືບຕໍ່ເລັ່ງໃສ່ບັນດາແຜນການລະອຽດ ເພື່ອລົບລ້າງເຊື້ອໄພ ຝອກຊິວ ຕາມເວລາກຳນົດເທື່ອລະກ້າວ ດ້ວຍໜ້າທີ່ຈຳກັດປະກົດການໜ່ວຍ ໂລກອຸ່ນຂຶ້ນ ຢູ່ລະດັບ 1,5 ອົງສາຊີ, ເຊິ່ງແມ່ນໜຶ່ງໃນບັນດາເປົ້າໝາຍປະຫວັດສາດຂອງ ຂໍ້ຕົກລົງ Paris 2015.

ຕອບກັບ

ຂ່າວ/ບົດ​ອື່ນ