ສ​ປ​ຊ ​ປຸກ​ລະ​ດົມ​ບັ້ນການ​​ສື່​ສານຊຸກ​ຍູ້​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) - ໜຶ່ງໃນບັນດາຈຸດສຸມຂອງບັ້ນການສື່ສານແມ່ນ ຂໍ້ລິເລີ່ມ ActNow ໂດຍມຸ່ງໄປເຖິງມະຫາຊົນເພື່ອແນໃສ່ສົ່ງເສີມບັນດາການກະທຳຄືນຳໃຊ້ພາຫະນະຄົມມະນາຄົມສາທາລະນະ ເພື່ອຫຼຸດຜ່ອນການປ່ອຍອາຍພິດ

ວັນທີ 5 ກໍລະກົດ, ສປຊ ໄດ້ປຸກລະດົມບັ້ນການສື່ສານເພື່ອແນໃສ່ຊຸກຍູ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG) ໂດຍບັນດາການນຳໂລກໄດ້ຮັບຮອງເອົາໃນປີ 2015. ສປຊ ໃຫ້ຮູ້ວ່າ ບັ້ນການສື່ສານໄດ້ຮັບການປຸກລະດົມກ່ອນກອງປະຊຸມສຸດຍອດຂອງ ສປຊ ກ່ຽວກັບ SDG, ຄາດວ່າ, ຈະດຳເນີນໃນເດືອນກັນຍາຈະມາເຖິງ, ຢູ່ນິວຢອກ (ປະເທດ ອາເມລິກາ), ເພື່ອແນໃສ່ປຸກລຸກຄວາມສົນໃຈໃນການປະຕິບັດ SDG, ຜ່ານນັ້ນກໍ່ຮຽກຮ້ອງໃຫ້ປະຊາຄົມສາກົນຊຸກຍູ້ບັນດາເປົ້າໝາຍພັດທະນາແບບຍືນຍົງເພື່ອອະນາຄົດລວມ. ໜຶ່ງໃນບັນດາຈຸດສຸມຂອງບັ້ນການສື່ສານແມ່ນ ຂໍ້ລິເລີ່ມ ActNow ໂດຍມຸ່ງໄປເຖິງມະຫາຊົນເພື່ອແນໃສ່ສົ່ງເສີມບັນດາການກະທຳຄືນຳໃຊ້ພາຫະນະຄົມມະນາຄົມສາທາລະນະ ເພື່ອຫຼຸດຜ່ອນການປ່ອຍອາຍພິດ, ຍູ້ໄວຄວາມຄືບໜ້າໃນການປະຕິບັດ SDG ເພື່ອການດຳລົງຊີວິດທີ່ດີງາມ ແລະ ໜ່ວຍໂລກທີ່ເຂັ້ມແຂງກ່ວາສຳລັບໝົດທຸກຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ