ສປຊ ມີຄວາມປະເອີບໃຈຕໍ່ແງ່ຫວັງສັນຕິພາບ ແລະ ສະຖຽນລະພາບຢູ່ ຊູດັງ

(VOVWORLD) - ສ່ວນທ່ານ Abdel Fattah Al-Burhan ໄດ້ແຈ້ງກັບທູດພິເສດຂອງ ສປຊ ຮັບຊາບກ່ຽວກັບບັນດາຄວາມມານະພະຍາຍາມແນໃສ່ຊອກຫາມາດຕະການສັນຕິພາບ; ເນັ້ນໜັກຄຳໝັ້ນສັນຍາຂອງລັດຖະບານ ຊູດັງ....

ວັນທີ 14 ມັງກອນ, ທ່ານ Ramtane Lamamra, ທູດພິເສດຂອງ ສປຊ ກ່ຽວກັບ ຊູດັງ, ສະແດງຄວາມປະເອີບໃຈຕໍ່ແງ່ຫວັງບັນລຸສັນຕິພາບ, ສະຖຽນລະພາບ ແລະ ຢຸດຕິການປະທະກັນຢູ່ປະເທດ ອາຟຣີກາ ນີ້. ຖະແຫຼງການດັ່ງກ່າວໄດ້ຍົກອອກມາທີ່ການພົບປະກັບທ່ານທູດພິເສດ Ramtane Lamamra ແລະ ທ່ານ Abdel Fattah Al-Burhan, ປະທານສະພາອະທິປະໄຕຂ້າມຜ່ານ ຊູດັງ, ທັງຮັກສາຕຳແໜ່ງເປັນຜູ້ບັນຊາການໃຫຍ່ບັນດາກຳລັງປະກອບອາວຸດ ຊູດັງ (SAF), ຢູ່ນະຄອນ Port Sudan. ທ່ານ Ramtane Lamamra ມີການທາບທາມຄວາມເຫັນກັບວົງການເຈົ້າໜ້າທີ່ ຊູດັງ ເພື່ອຢັ້ງຢືນຄຳໝັ້ນສັນຍາຂອງ ສປຊ.

        ສ່ວນທ່ານ Abdel Fattah Al-Burhan ໄດ້ແຈ້ງກັບທູດພິເສດຂອງ ສປຊ ຮັບຊາບກ່ຽວກັບບັນດາຄວາມມານະພະຍາຍາມແນໃສ່ຊອກຫາມາດຕະການສັນຕິພາບ; ເນັ້ນໜັກຄຳໝັ້ນສັນຍາຂອງລັດຖະບານ ຊູດັງ ຕໍ່ວິວັດການຫັນປ່ຽນປະຊາທິປະໄຕ ແລະ ໄລຍະຂ້າມຜ່ານສິ້ນສຸດລົງດ້ວຍການເລືອກຕັ້ງທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ