ສ​ປ​ຊ ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ເພີ່​ມ​ທະ​ວີ​ກາ​ນ​ຮ່ວມ​ມື ແລະ ໜູນ​ຊ່ວຍ ຫວຽດ​ນາມ ໃນ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ, ປົກ​ປ້ອງ​ເດັກ​ນ້ອຍ

(VOVWORLD) - ຫວຽດນາມ ບັນລຸໄດ້ຜົນສຳເລັດຫຼາຍຢ່າງໃນການພັດທະນາເສດຖະກິດ - ສັງຄົມ ທີ່ເປັນໜ້າເອກອ້າງທະນົງໃຈ, ພິເສດແມ່ນໃນການຜັນຂະຫຍາຍການປະຕິບັດ ນະໂຍບາຍບຸລິມະສິດ ກ່ຽວກັບການເບິ່ງແຍງດູແລ ແລະ ປົກປ້ອງ ເດັກນ້ອຍ.
ສ​ປ​ຊ ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ເພີ່​ມ​ທະ​ວີ​ກາ​ນ​ຮ່ວມ​ມື ແລະ ໜູນ​ຊ່ວຍ ຫວຽດ​ນາມ ໃນ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ, ປົກ​ປ້ອງ​ເດັກ​ນ້ອຍ - ảnh 1ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ດັ່ງຮ່ວາງຢາງ ແລະ ທ່ານນາງ Rana Flowers ຜູ້ຕາງໜ້າກອງທຶນເພື່ອເດັກ ສປຊ (UNICEF) ປະຈຳ ຫວຽດນາມ (ພາບ: TTXVN)

ວັນທີ 8 ເມສາ, ຢູ່ສຳນັກງານ ຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ ຢູ່ນິວຢອກ, ອາເມລິກາ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ດັ່ງຮ່ວາງຢາງ ໄດ້ໃຫ້ການຕ້ອນຮັບທ່ານນາງ Rana Flowers ຜູ້ຕາງໜ້າກອງທຶນເພື່ອເດັກ ສປຊ (UNICEF) ປະຈຳ ຫວຽດນາມ. ນະທີ່ນີ້, ທ່ານ ດັ່ງຮ່ວາງຢາງ ໄດ້ສະແດງຄວາມປາດຖະໜາວ່າ UNICEF ຈະສືບຕໍ່ໃຫ້ຄວາມເອົາໃຈໃສ່ໜູນຊວ່ຍ ຫວຽດນາມ ລະດົມແຫຼ່ງກຳລັງ, ສ້າງນະໂຍບາຍ ແລະ ຊຸກຍູ້ບັນດາໂຄງການຮ່ວມມືລະອຽດ.

ທ່ານນາງ Rana Flowers ຖືວ່າ ຫວຽດນາມ ບັນລຸໄດ້ຜົນສຳເລັດຫຼາຍຢ່າງໃນການພັດທະນາເສດຖະກິດ - ສັງຄົມ ທີ່ເປັນໜ້າເອກອ້າງທະນົງໃຈ, ພິເສດແມ່ນໃນການຜັນຂະຫຍາຍການປະຕິບັດ ນະໂຍບາຍບຸລິມະສິດ ກ່ຽວກັບການເບິ່ງແຍງດູແລ ແລະ ປົກປ້ອງ ເດັກນ້ອຍ. UNICEF ສະແດງຄວາມຊົມເຊີຍຕໍ່ບັນດາຂໍ້ລິເລີ່ມຂອງ ຫວຽດນາມ ກ່ຽວກັບມະຕິວ່າດ້ວຍ ວັນລະຫຼິ້ນ ສາກົນ ໂດຍ ສປຊ ຫາກໍ່ຮັບຮອງເອົາ, ຖືນີ້ແມ່ນການປະກອບສ່ວນທີ່ມີຄວາມໝາຍຕໍ່ເປົ້າໝາຍລວມຂອງປະຊາຄົມສາກົນ ກ່ຽວກັບການພັດທະນາຢ່າງຮອບດ້ານຂອງເດັກນ້ອຍ. ທ່ານນາງ Flowers ຢັ້ງຢືນວ່າ UNICEF ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ຫວຽດນາມ ແລະ ຈະສືບຕໍ່ໜູນຊ່ວຍ ການຜັນຂະຫຍາຍບັນດາບຸລິມະສິດຂອງ ຫວຽດນາມ ໃນຂົງເຂດສຳຄັນນີ້ຢ່າງຕັ້ງໜ້າ.

ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງການສ້າງຕັ້ງການພົວພັນ ຫວຽດນາມ - UNICEF ພ້ອມທັງ ວາງອອກບັນດາການກຳນົດທິດຮ່ວມມືໃນໄລຍະໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ