ສປຊ ມີຄວາມວິຕົກວັງວົນກ່ຽວກັບຜົນກະທົບຢ່າງໜັກໜ່ວງຈາກຄວາມເຄັ່ງຕຶງທາງດ້ານການທູດເຂດອ່າວເປີເຊຍສຳລັບປະຊາຊົນ

(VOVWORLD) - ໃນສະພາບຄວາມເຄັ່ງຕຶງທາງດ້ານການທູດ ຢູ່ເຂດອ່າວເປີເຊຍ ຍັງບໍ່ທັນມີສັນຍານຫລຸດຜ່ອນລົງ, ວັນທີ 14 ມິຖຸນາ, ທ່ານ Zeid Ra’ad Al Hussein, ຫົວໜ້າຫ້ອງວ່າການຂ້າຫຼວງໃຫຍ່ ສປຊ ກ່ຽວກັບສິດທິມະນຸດ ໄດ້ສະແດງຄວາມວິຕົກວັງວົນຢ່າງເລິກເຊິ່ງກ່ຽວກັບບັນດາຜົນກະທົບຂອງເລື່ອງບັນດາປະເທດບ້ານໃກ້ເຮືອນຄຽງເຮັດໃຫ້ ກາຕາ ຖືກຕົກຢູ່ໂດດດ່ຽວ.

ສປຊ ມີຄວາມວິຕົກວັງວົນກ່ຽວກັບຜົນກະທົບຢ່າງໜັກໜ່ວງຈາກຄວາມເຄັ່ງຕຶງທາງດ້ານການທູດເຂດອ່າວເປີເຊຍສຳລັບປະຊາຊົນ - ảnh 1

ທ່ານ Zeid Ra’ad Al Hussein, ຫົວໜ້າຫ້ອງວ່າການຂ້າຫຼວງໃຫຍ່ ສປຊ ກ່ຽວກັບສິດທິມະນຸດ 

(ພາບ: AFP/TTXVN)

ທ່ານ Al Hussein ຖືວ່າ: ບັນດາປະເທດ ອາຣັບບິ ຊາອຸດິ, ສະຫະລັດ ອາຣັບ ເອມີເຣັດ (UAE), ອີຢິບ ແລະ ບາເຣັນ ໄດ້ຕັດການພົວພັນທາງດ້ານການທູດ ແລະ ເສດຖະກິດ ກັບກາຕາ ແມ່ນການກະທຳ “ກ້ວາງຂວາງໂພດນັບທັງດ້ານຂອບຂະໜາດ ແລະ ວິທີການປະຕິບັດ”. ການກະທຳນີ້ອາດຈະສົ່ງຜົນກະທົບຢ່າງໜັກໜ່ວງເຖິງຊິວິດຂອງປະຊາຊົນນັບພັນໆຄົນ, ສົ່ງຜົນສະທ້ອນຢ່າງຫຍໍ້ທໍ້ເຖິງບາງຄອບຄົວທີ່ງຖືຫຼາຍສັນຊາດ ແລະ ລູກຫຼານຂອງເຂົາເຈົ້າ, ກໍ່ຄືບັນດານັກສຶກສາພວມໄປຮຽນຢູ່ຕ່າງປະເທດ. ຕໍ່ໜ້າບັນດາຜົນຮ້າຍຢ້ອນຫຼັງດັ່ງກ່າວ, ທ່ານ Al Hussein ໄດ້ກະຕຸກຊຸກຍູ້ທຸກໆຝ່າຍກ່ຽວຂ້ອງແກ້ໄຂຄວາມບໍ່ລົງລອຍກັນຜ່ານການໂອ້ລົມສົນທະນາໂດຍໄວ ແລະ ບໍ່ຄວນມີການກະທຳທີ່ອາດຈະສົ່ງຜົນສະທ້ອນເຖິງຄວາມວັດທະນາຖາວອນ, ສຸຂະພາບ, ວຽກເຮັດງານທຳ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ