ສ​ປ​ຊ ລົບ​ລ້າ​ງ​ຄຳ​ສັ່ງ​ຂວ້ຳ​ບາດ​ດ້ານ​ອາ​ວຸດ​ສຳ​ລັບ​ລັດ​ຖະ​ບານ ໂຊ​ມາ​ລີ ພາຍຫຼັງ​ໄລ​ຍະ​ເວ​ລາ​ກ່​ວາ 30 ປີ

(VOVWORLD) - ທ່ານ Abukar Dahir Osman ເອກອັກຄະລັດຖະທູດ ໂຊມີລີ ປະຈຳ ສປຊ ໄດ້ແບ່ງປັນວ່າ ຄຳຕັດສິນຂອງ ສປຊ ໄດ້ສ້າງເງື່ອນໄຂໃຫ້ ໂຊມາລີ ຮັບມືກັບບັນດາໄພນາຍຂູ່ດ້ານຄວາມໝັ້ນຄົງ.
ສ​ປ​ຊ ລົບ​ລ້າ​ງ​ຄຳ​ສັ່ງ​ຂວ້ຳ​ບາດ​ດ້ານ​ອາ​ວຸດ​ສຳ​ລັບ​ລັດ​ຖະ​ບານ ໂຊ​ມາ​ລີ ພາຍຫຼັງ​ໄລ​ຍະ​ເວ​ລາ​ກ່​ວາ 30 ປີ - ảnh 1

(ພາບ: AFP/TTXVN)

   ໃນການປ່ອນບັດເມື່ອວັນທີ 1 ທັນວາ, ຢູ່ນະຄອນ ນິວຢອກ ປະເທດ ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ເຫັນດີເປັນເອກະສັນ ຮັບຮອງເອົາມະຕິລົບລ້າງບັນດາຂໍ້ກຳນົດຈຳກັດສຸດທ້າຍ ສຳລັບບັນດາການເຄື່ອນໄຫວມອບສົ່ງອາວຸດໃຫ້ແກ່ ລັດຖະບານ ໂຊມາລີ ແລະ ບັນດາກຳລັງປ້ອງກັນຄວາມສະຫງົບຂອງປະເທດນີ້ ພາຍຫຼັງເວລາກ່ວາ 30 ປີທີ່ຄຳສັ່ງຂ້ວ້ຳບ້ານດ້ານອາວຸດ ຖືກຈັດວາງສຳລັບປະເທດ ອາຟຼິກກາຕາເວັນອອກນີ້.

ສະພາຄວາມໝັ້ນຄົງ ສປຊ ລວມມີກຳມະການ 15 ທ່ານ ໄດ້ຮັບຮູ້ຮ່າງມະຕິ 2 ສະບັບ ໂດຍ ອັງກິດຍົກອອກມາ ກ່ຽວກັບການລົບລ້າງຄຳສັ່ງຂວ້ຳບາດດ້ານອາວຸດຮອບດ້ານ ສຳລັບ ໂຊມາລີ ໄດ້ຈັດງານຄືນໃໝ່ຄຳສັ່ງຂວ້ຳບາດດ້ານອາວຸດສຳລັບກຸ່ມທະຫານກະບົດ Al-Shabaab ທີ່ມີການພົວພັນກັບອົງການກໍ່ການຮ້າຍ Al-Qaeda.

ທ່ານ Abukar Dahir Osman ເອກອັກຄະລັດຖະທູດ ໂຊມີລີ ປະຈຳ ສປຊ ໄດ້ແບ່ງປັນວ່າ ຄຳຕັດສິນຂອງ ສປຊ ໄດ້ສ້າງເງື່ອນໄຂໃຫ້ ໂຊມາລີ ຮັບມືກັບບັນດາໄພນາຍຂູ່ດ້ານຄວາມໝັ້ນຄົງ. ມະຕິຍັງອະນຸຍາດໃຫ້ ໂຊມາລີ ຍົກສູງຄວາມສາມາດຂອງບັນດາກຳລັງປ້ອງກັນຄວາມສະຫງົບ ໂຊມາລີ.

ຕອບກັບ

ຂ່າວ/ບົດ​ອື່ນ