ສ​ປ​ຊ ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​​ແກ່ ນີ​ເຊ ໂດຍ​ບໍ່​ສົນ​ໃຈ​ເຖິງ​ການ​ເຮັດລັດ​ຖະ​ປະ​ຫານ

(VOVWORLD) -  ເຈົ້າໜ້າທີ່ຮັບຜິດຊອບໂຄງການສະບຽງອາຫານໂລກຂອງ ສປຊ ຢູ່ ນີເຊ, ທ່ານ Jean Noel Gentile ຊີ້ແຈ້ງວ່າ ການໜູນຊ່ວຍມະນຸດສະທຳຍັງສືບຕໍ່ໄດ້ປະຕິບັດເປັນປົກກະຕິ ແລະ ບໍ່ເຄີຍຖືກໂຈະໄວ້ ນັບແຕ່ເມື່ອເຫດການດັ່ງກ່າວເກີດຂຶ້ນຢູ່ ນີເຊ. ສປຊ ກໍຮຽກຮ້ອງໃຫ້ປ່ອຍອິດສະຫຼະພາບໃຫ້ແກ່ທ່ານ Mohamed Bozoum.
ສ​ປ​ຊ ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​​ແກ່ ນີ​ເຊ ໂດຍ​ບໍ່​ສົນ​ໃຈ​ເຖິງ​ການ​ເຮັດລັດ​ຖະ​ປະ​ຫານ - ảnh 1ເດັກຢູ່ຄ້າຍລີ້ໄພ Asanga ຂອງ ນີເຊ (ພາບເອກະສານ: AFP/TTXVN)

ສປຊ ຍັງສືບຕໍ່ຂົນສົ່ງເຄື່ອງອຸປະຖຳໄປຍັງ ນີເຊ ເຖິງວ່າວັນທີ 28 ກໍລະກົດ ບັນດາເຈົ້າໜ້າທີ່ຂອງ ສປຊ ປະຈຳ ນີເຊ ໃຫ້ຮູ້ວ່າ ເຂົາເຈົ້າບໍ່ມີການຕິດຕໍ່ພົວພັນໃດກັບກອງທັບ ພາຍຫຼັງທີ່ເກີດການເຮັດລັດຖະປະຫານຫວ່າງມໍ່ໆມານີ້.  

ກ່ອນໜ້ານັ້ນ, ໃນວັນດຽວກັນ, ກອງທັບ ນີເຊ ໄດ້ຖະແຫຼງວ່າ ນາຍພົນ Abdourahamane Tiani ແມ່ນປະມຸກລັດຄົນໃໝ່ຂອງ ນີເຊ, ຖະແຫຼງໃຫ້ຢຸດນຳໃຊ້ລັດຖະທຳມະນູນ ແລະ ລົບລ້າງທຸກລະບອບເກົ່າ ພາຍຫຼັງໂຄ່ນລົ້ມທ່ານປະທານາທິບໍດີ Mohamed Bazoum.

ເຈົ້າໜ້າທີ່ຮັບຜິດຊອບໂຄງການສະບຽງອາຫານໂລກຂອງ ສປຊ ຢູ່ ນີເຊ, ທ່ານ Jean Noel Gentile ຊີ້ແຈ້ງວ່າ ການໜູນຊ່ວຍມະນຸດສະທຳຍັງສືບຕໍ່ໄດ້ປະຕິບັດເປັນປົກກະຕິ ແລະ ບໍ່ເຄີຍຖືກໂຈະໄວ້ ນັບແຕ່ເມື່ອເຫດການດັ່ງກ່າວເກີດຂຶ້ນຢູ່ ນີເຊ. ສປຊ ກໍຮຽກຮ້ອງໃຫ້ປ່ອຍອິດສະຫຼະພາບໃຫ້ແກ່ທ່ານ Mohamed Bozoum.

ຕອບກັບ

ຂ່າວ/ບົດ​ອື່ນ