ສປຊ ຮຽກຮ້ອງ ອາຟຣີກາ ເພີ່ມທະວີການຄ້າພາຍໃນກຸ່ມເພື່ອຊຸກຍູ້ການເຊື່ອມໂຍງ

(VOVWORLD) - ບົດລາຍງານເນັ້ນໜັກເລື່ອງພັດທະນາພື້ນຖານໂຄງລ່າງຜ່ານໂຄງການພັດທະນາພື້ນຖານໂຄງລ່າງຢູ່ ອາຟຣີກາ (PIDA) ບັນລຸໄດ້ຫຼາຍຜົນງານແຕກຕ່າງກັນ, ໃນຂະນະທີ່ດ້ານທາງບົກ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ບັນລຸໄດ້ຫຼາຍຄວາມຄືບໜ້ານັ້ນ ພື້ນຖານໂຄງລ່າງການຂົນສົ່ງທາງລົດໄຟ
ສປຊ ຮຽກຮ້ອງ ອາຟຣີກາ ເພີ່ມທະວີການຄ້າພາຍໃນກຸ່ມເພື່ອຊຸກຍູ້ການເຊື່ອມໂຍງ - ảnh 1ພາບປະກອບ

ວັນທີ 3 ມີນາ, ຄະນະກຳມະການເສດຖະກິດ ສປຊ ກ່ຽວກັບ ອາຟຣີກາ (UNECA) ໃຫ້ຮູ້ວ່າ: ອັດຕາສ່ວນຂອງ ອາຟຣີກາ ໃນການຄ້າທົ່ວໂລກຍັງຢູ່ໃນລະດັບຕ່ຳກ່ວາ 3%. ບົດລາຍງານຂອງ UNECA ຕີລາຄາໂຄງການດຳເນີນງານການເຊື່ອມໂຍງພາກພື້ນຂອງ ອາຟຣີກາ ພວມມີຄວາມຄືບໜ້າຊັກຊ້າ. ຕາມບົດລາຍງານແລ້ວ, ບັນດາປະເທດ ອາຟຣີກາ ຍັງບໍ່ທັນຕອບສະໜອງບັນດາມາດຖານເຕົ້າໂຮມເສດຖະກິດມະຫາພາກ ເຖິງວ່າມີຄວາມກ້າວໜ້າໃນການເຊື່ອມໂຍງທາງດ້ານການເງິນ ແລະ ເງິນຕາກໍ່ຕາມ. ບົດລາຍງານເນັ້ນໜັກເລື່ອງພັດທະນາພື້ນຖານໂຄງລ່າງຜ່ານໂຄງການພັດທະນາພື້ນຖານໂຄງລ່າງຢູ່ ອາຟຣີກາ (PIDA) ບັນລຸໄດ້ຫຼາຍຜົນງານແຕກຕ່າງກັນ, ໃນຂະນະທີ່ດ້ານທາງບົກ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ບັນລຸໄດ້ຫຼາຍຄວາມຄືບໜ້ານັ້ນ ພື້ນຖານໂຄງລ່າງການຂົນສົ່ງທາງລົດໄຟ ແລະ ພະລັງງານພັດມີການໄດ້ພັດທະນາໜ້ອຍ. ການອຸປະຖຳໃຫ້ແກ່ພື້ນຖານໂຄງລ່າງຍັງແມ່ນສິ່ງທ້າທາຍສຳລັບ ອາຟຣີກາ.

        ບົດລາຍງານໄດ້ປະກາດຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດການເງິນ, ແຜນການ ແລະ ການພັດທະນາເສດຖະກິດປະຈຳປີຂອງ UNECA, ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 28 ກຸມພາ ຫາວັນທີ 5 ມີນາ, ຢູ່ Zimbabwe.

ຕອບກັບ

ຂ່າວ/ບົດ​ອື່ນ