ສປຊ ຮຽກຮ້ອງປະຕິຮູບລະບົບການເງິນສາກົນ ແລະ ຄວາມຍຸຕິທຳດ້ານດິນຟ້າອາກາດ

(VOVWORLD) - ທ່ານເລຂາທິການໃຫຍ່ ສປຊ ເນັ້ນໜັກວ່າ: ລະບົບການເງິນທົ່ວໂລກ ບໍ່ສາມາດສະໜອງແຫຼ່ງການເງິນຍາວນານທີ່ເໝາະສົມໃຫ້ແກ່ບັນດາປະເທດມີຄວາມຕ້ອງການ.
ສປຊ ຮຽກຮ້ອງປະຕິຮູບລະບົບການເງິນສາກົນ ແລະ ຄວາມຍຸຕິທຳດ້ານດິນຟ້າອາກາດ - ảnh 1ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ
(ພາບ:bnnbreaking.com)

ວັນທີ 2 ມີນາ, ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງປະຕິຮູບລະບົບການເງິນສາກົນ ເພື່ອໜູນຊ່ວຍບັນດາປະເທດພວມພັດທະນາ ແລະ ບັນລຸໄດ້ “ຄວາມຍຸຕິທຳກ່ຽວກັບດ້ານດິນຟ້າອາກາດ”.

        ກ່າວຄຳເຫັນທີ່ພິທີໄຂກອງປະຊຸມສຸດຍອດຄັ້ງທີ VIII ຂອງປະຊາຄົມບັນດາປະເທດ ອາເມລິກາ ລາຕິນ ແລະ ກາຣີເບ (CELAC), ຈັດຂຶ້ນຢູ່ Saint Vincent & Grenadine ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າມາຈາກກ່ວາ 30 ປະເທດສະມາຊິກຂອງປະຊາຄົມນີ້, ທ່ານເລຂາທິການໃຫຍ່ ສປຊ ເນັ້ນໜັກວ່າ: ລະບົບການເງິນທົ່ວໂລກ ບໍ່ສາມາດສະໜອງແຫຼ່ງການເງິນຍາວນານທີ່ເໝາະສົມໃຫ້ແກ່ບັນດາປະເທດມີຄວາມຕ້ອງການ.

         ກ່ຽວຂ້ອງເຖິງບັນຫາການປ່ຽນແປງຂອງດິນຟ້າອາກາດ, ທ່ານເລຂາທິການໃຫຍ່ ສປຊ ຮຽກຮ້ອງ “ສາມັກຄີ ເພື່ອປະເຊີນໜ້າກັບສະພາວະສຸກເສີນກ່ຽວກັບດິນຟ້າອາກາດ, ໄພນາບຂູ່ເຖິງການຄົງຕົວຂອງບັນດາປະເທດນ້ອຍພວມພັດທະນາ”. ທ່ານ Antonio Guterres ສະເໜີໃຫ້ທຸກໆປະເທດພວມພັດທະນາໃຫ້ຄຳໝັ້ນສັນຍາປະຕິບັດບັນດາການປະກອບສ່ວນໃໝ່ລະດັບຊາດໃນປີ 2025, ເໝາະສົມກັບການສະກັດກັ້ນລະດັບການເພີ່ມຂຶ້ນຂອງອຸນຫະພູມໜ່ວຍໂລກໃນລະດັບ 1,5 ອົງສາ C. ທ່ານເລຂາທິການໃຫຍ່ ສປຊ ກໍ່ຮຽກຮ້ອງເພີ່ມຈຳນວນເງິນທົບສອງເທົ່າຂຶ້ນຢ່າງໜ້ອຍສຸດແມ່ນ 40 ຕື້ໂດລາສະຫະລັດ ຕໍ່ປີ                 ປີ 2025 ເພື່ອຮັບປະກັນຄວາມຍຸຕິທຳກ່ຽວກັບດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ