ສ​ປ​ຊ ຮຽກ​ຮ້ອງ​ເພີ່ມ​ການ​ອຸ​ປະ​ຖຳ ເພື່ອ​ໃຫ້ບັນ​ດາ​ປະ​ເທດ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

(VOVWORLD) -ໃນຖະແຫຼງການຂອງຕົນ, ອົງການການຄ້າ ແລະ ພັດທະນາຂອງ ສປຊ (UNCTAD) ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງມີຄວາມມານະພະຍາຍາມທົ່ວໂລກ ເພື່ອແກ້ໄຂວິກິດການດ້ານດິນຟ້າອາກາດ, ດ້ວຍຈຸດສຸມແມ່ນ ໜູນຊ່ວຍປະເທດທຸກຍາກ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ສ​ປ​ຊ ຮຽກ​ຮ້ອງ​ເພີ່ມ​ການ​ອຸ​ປະ​ຖຳ ເພື່ອ​ໃຫ້ບັນ​ດາ​ປະ​ເທດ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. - ảnh 1ພາບປະກອບ: TTXVN

ວັນທີ 28 ຕຸລາ, ສປຊ ໄດ້ເນັ້ນໜັກ ຢູ່ກອງປະຊຸມຄັ້ງທີ 26 ບັນດາຝ່າຍ ທີ່ເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 26) ເຊິ່ງຈະດຳເນີນຢູ່ Glasgow (ອັງກິດ)ວ່າ ບັນດາປະເທດຄວນເພີ່ມທະວີການອຸປະຖຳໃຫ້ແກ່ປະເທດພວມພັດທະນາເພື່ອຍົກສູງຄວາມສາມາດໃນການຮັບມືກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ. ນີ້ແມ່ນວິທີການສຳຜັດທີ່ມີຄວາມໝາຍສຳຄັນທີ່ສຸດ ຢູ່ ປະເທດພວມພັດທະນາ, ປະເທດທີ່ມີຄວາມສ່ຽງສູງກ່ວາໝູ່ ຕໍ່ໄພທຳມະຊາດ.

ໃນຖະແຫຼງການຂອງຕົນ, ອົງການການຄ້າ ແລະ ພັດທະນາຂອງ ສປຊ (UNCTAD) ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງມີຄວາມມານະພະຍາຍາມທົ່ວໂລກ ເພື່ອແກ້ໄຂວິກິດການດ້ານດິນຟ້າອາກາດ, ດ້ວຍຈຸດສຸມແມ່ນ ໜູນຊ່ວຍປະເທດທຸກຍາກ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຕາມການຄາດຄະເນແລ້ວ, ຮອດປີ 2030, ບັນດາປະເທດພວມພັດທະນາອາດຈະ ຕ້ອງການເງິນເຖິງ 300 ຕື້ USD ເພື່ອຮັບມືກັບການກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ຕົວເລກນີ້ ອາດຈະຂຶ້ນເຖິງ 500 ຕື້ USD ໃນປີ 2050.

ຕອບກັບ

ຂ່າວ/ບົດ​ອື່ນ