ສປຊ ຮຽກຮ້ອງໃຫ້ G20 ສ້າງບັນດາຫຼັກການການເງິນທົ່ວໂລກ ໃຫ້ເປັນຮູບປະທຳ ຄືນໃໝ່

(VOVWORLD) - ປະຈຸບັນ, G20 ໄດ້ປ່ອຍ 80% ປະລິມານອາດພິດໃນທົ່ວໂລກ. ທ່ານ ເລຂາທິການໃຫຍ່ Guterres ຮຽກຮ້ອງໃຫ້ G20  ໃຫ້ຄຳໝັ້ນສັນຍາຢືດໝັ້ນ ເປົ້າໝາຍຂອງສັນຍາປາຣີ ກ່ຽວກັບການປ່ຽນແປງຂອງ ດິນຟ້າອາກາດ
ສປຊ ຮຽກຮ້ອງໃຫ້ G20 ສ້າງບັນດາຫຼັກການການເງິນທົ່ວໂລກ ໃຫ້ເປັນຮູບປະທຳ ຄືນໃໝ່ - ảnh 1ທ່ານ Antonio Guterres , ເລຂາທິການໃຫຍ່ ສປຊ
(ພາບ:AFP/TTXVN )

ວັນທີ 8 ກັນຍາ, ທ່ານ Antonio Guterres , ເລຂາທິການໃຫຍ່ ສປຊ ຖືວ່າ: ການນຳກຸ່ມບັນດາພື້ນຖານເສດຖະກິດ ພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າ ຂອງໂລກ (G20) ອາດສາມາດຕ່າວປິ້ນວິກິດການດ້ານພູມອາກາດພວມ “ເກີນຂອບເຂດຄວບຄຸມ”, ພ້ອມທັງຊຸກຍູ້ G20 ສ້າງບັນດາຫຼັກການການເງິນທົ່ວໂລກ ໃຫ້ເປັນຮູບປະທຳຄືນໃໝ່. ກ່່າວຄຳເຫັນທີ່ເຫດການໜຶ່ງຈັດຂຶ້ນຢູ່ ນະຄອນຫຼວງ ນິວເດລີ (ປະເທດ ອິນເດຍ), ທ່ານເລຂາທິການໃຫຍ່ Antonio Guterres ເນັ້ນໜັກວ່າ ວິກິດການດ້ານພູມອາກາດພວມ ນັບມື້ນັບໜັກໜ່ວງ, ແຕ່ປະຈຸບັນຍັງ ຂາດບັນດາຄວາມມານະພະຍາຍາມລວມໝູ່ທີ່ເຕັມໄປ ດ້ວຍຄວາມມັກໃຫຍ່ໄຜ່ສູງ ແລະ ຮີບດ່ວນ ເພື່ອຮັບມືກັບສະພາບການນີ້.

ປະຈຸບັນ, G20 ໄດ້ປ່ອຍ 80% ປະລິມານອາດພິດໃນທົ່ວໂລກ. ທ່ານ ເລຂາທິການໃຫຍ່ Guterres ຮຽກຮ້ອງໃຫ້ G20  ໃຫ້ຄຳໝັ້ນສັນຍາຢືດໝັ້ນ ເປົ້າໝາຍຂອງສັນຍາປາຣີ ກ່ຽວກັບການປ່ຽນແປງຂອງ ດິນຟ້າອາກາດ, ຕາມນັ້ນແລ້ວ, ໄດ້ຈຳກັດລະດັບເພ່ີ່ມ ອຸນຫະພຸມສະເລ່ຍທົ່ວໂລກ ຕຳ່ກ່ວາ 1,5 ອົງສາ C ເມື່ອທຽບໃສ່ ໄລຍະກ່ອນສະໄໝອຸດສາຫະກຳ. ທ່ານກໍ່ຮຽກຮ້ອງບັນດາການນຳ G20 ຮັບປະກັນການຮັກສາບ້ວງງົບປະມານໜ້ອຍສຸດແມ່ນ 500 ຕື້ໂດລາສະຫະລັດ ໃນແຕ່ລະປີເພື່ອຊຸກຍູ້ບັນດາມາດຕະການເໝາະສົມກັບບັນດາ ເປົ້າໝາຍ ພັດທະນາແບບຍືນຍົງ. ທ່ານ Guterres ກໍ່ເນັ້ນໜັກຄວາມຈຳເປັນຕ້ອງມີກົນໄກ ແກ້ໄຂໜີ້ຢ່າງມີປະສິດທິຜົນ, ຕໍ່ກຳນົດເວລາໃຫ້ການກູ້ຢຶມ ແລະ ຈັດວາງອັດຕາດອກເບ້ຍຕ່ຳກ່ວາ ເພື່ອໜູນຊ່ວຍບັນດາປະເທດທຸກຍາກກ່ວາຮັບມືກັບກັບການ ປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ