ສປປ ເກົາຫຼີ ຍິງທົດລອງລູກສອນໄຟໄລຍະສັ້ນອອກສູ່ທະເລ ຍີ່ປຸ່ນ

ສປປ ເກົາຫຼີ ຍິງທົດລອງລູກສອນໄຟໄລຍະສັ້ນອອກສູ່ທະເລ ຍີ່ປຸ່ນ - ảnh 1
ພາບປະກອບ

(vovworld) - ວັນ​ທີ 15/3, ສປປ ​ເກົາຫຼີ ​ໄດ້​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ໄລຍະ​ສັ້ນປະມານ 120 ກມ 2 ລູກອອກ​ສູ່​ທະ​ເລຂອງ ຍີ່ປຸ່ນ ​ໃນ​ສະພາບ​ການ​ຄວາມ​ເຄັ່ງ​ຕຶງ​ພວມ​ເພີ່​ມຂຶ້ນ​ຢູ່​​ແຫຼມ ​ເກົາຫຼີ ພາຍຫຼັງ​ເຫດການ ພຽງ​ຢາງ ດຳ​ເນີນ​ການ​ທົດ​ລອງ ນິວ​ເຄຼຍ​ເມື່ອ​ເດືອນ 2 ຜ່ານ​ມາ. ຕາມ​ວົງ​ການ​ນັກ​ສັງ​ເກດ​ການ​ແລ​້ວ, ການ​ກະທຳ​ນີ້​ຂອງ ພຽງ​ຢາງ ​ໄດ້​ຮັບ​ຖື​ວ່າ​​ເພື່ຶອ​ໂຕ້​ຕອບ​ການ​ຊ້ອມ​ຮົບ​ຮ່ວມທີ່ພວມ​ດຳ​ເນີນ​ໄປ​ລະຫວ່າງ ສ ​ເກົາຫຼີ - ອາ​ເມ​ລິ​ກາ.

        ວັນ​ທີ 15/3, ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ຖະ​ແຫຼ​ງວ່າ: ຈະ​ສະ​ຫງວນ 1 ຕື້ USD ​ເພື່ອ​ເພີ່​ມທະວີ​ຈຳນວນ​ລູກ​ສອນ​ໄຟ ​ສະກັດ​ຕີ ຢູ່ Alaska ​ແລະ ​California ​ແຕ່ 30 ຂຶ້ນ 44 ລູກ​​ໃນ​ທ້າຍ​ປີ 2017. ຕາມ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ​ແລ້ວ, ​ເລື່ອງ ອາ​ເມ​ລິ​ກາ ​ເພີ່​ມທະວີ​ການ​ຜັນ​ຂະຫຍາຍ​ລູກ​ສອນ​ໄຟສະກັດ​ຕີ ​ແມ່ນ​ຍ້​ອນການ​ກະທຳຂອງ ສປປ ​ເກົາຫຼ​ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ີ, ​ໃນ​ນັ້ນ​ລວມມີ​ການ​ທົດ​ລອງ ນິວ​ເຄຼຍ​ເມື່ອ​ເດືອນ 2 ຜ່ານ​ມາ​ຂອງ​ປະ​ເທດ​ນີ້. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ ​ເກົາຫຼີ ກໍ່ຖະ​ແຫຼ​ງວ່າ​ພວມ​ຕິດຕາມ​ບັນດາ​ໄພ​ນາບ​ຂູ່​ຈາກ ສປປ ​ເກົາຫຼີ ຢ່າງ​ໃກ້​ຊິດ, ພ້ອມ​ທັງ​ຢັ້ງຢືນ​ວ່າ ພ້ອມ​ແລ້ວ​ທີ່​ຈະ​ປ້ອງ​ກັນ​ໃນ​ກໍລະນີ​ເກີດ​ສົງຄາມ.

 

ຂ່າວ/ບົດ​ອື່ນ