ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີ

(VOVWORLD) - ໃນຂະນະນັ້ນ, ກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ຖືວ່າ: ວັດຖຸພັນເຊິ່ງໄດ້ຮັບຖືວ່າແມ່ນລູກສອນໄຟນຳວິຖີຂອງ ສປປ ເກົາຫຼີ ເບິ່ງຄືວ່າໄດ້ຕົກລົງສູ່ທະເລ.
ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີ - ảnh 1ສປປ ເກົາຫຼີ ຍິງລູກສອນໄຟໃນເດືອນ ມັງກອນ 2024
(ພາບ:KCNA )

ວັນທີ 18 ມີນາ, ກອງທັບ ສ ເກົາຫຼີ ໃຫ້ຮູ້ວ່າ: ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີລູກໜຶ່ງ. ນີ້ແມ່ນເຫດຍິງລູກສອນໄຟນຳວິຖີຄັ້ງທີ 2 ເຊິ່ງ ພຽງຢາງ ປະຕິບັດນັບແຕ່ຕົ້ນປີມາຮອດປະຈຸບັນ. ຕາມສະພາຫົວໜ້າເສນາທິການທະຫານປະສົມ ສ ເກົາຫຼີ ແລ້ວ, ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີນີ້ອອກສູ່ຝັ່ງທະເລທາງທິດຕາເວັນອອກຂອງ ແຫຼມ ເກົາຫຼີ, ແຕ່ເຖິງຢ່າງໃດກໍ່ຕາມ, ຝ່າຍ ສ ເກົາຫຼີ ຍັງບໍ່ທັນໃຫ້ຂໍ້ມູນລາຍລະອຽດເທື່ອ.

        ໃນຂະນະນັ້ນ, ກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ຖືວ່າ: ວັດຖຸພັນເຊິ່ງໄດ້ຮັບຖືວ່າແມ່ນລູກສອນໄຟນຳວິຖີຂອງ ສປປ ເກົາຫຼີ ເບິ່ງຄືວ່າໄດ້ຕົກລົງສູ່ທະເລ.

        ໄລຍະມໍ່ໆມານີ້, ສະພາບການໃນແຫຼມ ເກົາຫຼີ ເຄັ່ງຕຶງຂຶ້ນຍ້ອນບັນດາການກະທຳດ້ານການທະຫານຂອງບັນດາຝ່າຍ. ວັນທີ 15 ມີນາ, ສປປ ເກົາຫຼີ ໄດ້ດຳເນີນການຝຶກຊ້ອມສູ້ຮົບທາງອາກາດ, ພາຍຫຼັງທີ່ ອາເມລິກາ ແລະ ສ ເກົາຫຼີ ໄດ້ສິ້ນສຸດການຊ້ອມຮົບຮ່ວມປະຈຳປີທີ່ມີຊື່ວ່າ ແຜ່ນກຳບັງເສລີພາບ, ໂດຍບໍ່ຫົວຊາຕໍ່ການຄັດຄ້ານຂອງ ພຽງຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ