ສປປ ເກົາຫຼີ ຕຳໜິຕິຕຽນບັນດາມາດຕະການລົງໂທດຂອງອາເມລິກາ

(VOVWORLD) -ໃນຖະແຫຼງການໂດຍສຳນັກຂ່າວສານ ສູນກາງ ສປປ ເກົາຫຼີ (KCNA) ລົງໃນອິນເຕີເນັດນັ້ນ, ມີໂຄສົກທີ່ບໍ່ເຜີຍຊື່ຂອງກະຊວງການຕ່າງປະເທດ ສປປ ເກົາຫຼີ...

ສປປ ເກົາຫຼີ ຕຳໜິຕິຕຽນບັນດາມາດຕະການລົງໂທດຂອງອາເມລິກາ - ảnh 1 ທ່ານປະທານາທິບໍດີ Donald Trump

(ພາບ: ສຳນັກຂ່າວສານ ຊິນຮວາ/ສຳນັກຂ່າວສານຫວຽດນາມ)

ວັນທີ 25 ກຸມພາ, ສປປ ເກົາຫຼີ ກ່າວຫາອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ວ່າໄດ້ເພີ່ມຄວາມສ່ຽງທີ່ຈະເກີດສົງຄາມໃນແຫຼມ ເກົາຫຼີ ໂດຍຜ່ານການຈັດວາງບັນດາມາດຕະການລົງໂທດທີ່ແຂງກະດ້າງກ່ວາສຳລັບ ພຽງຢາງ ໂດຍບໍ່ຫົວຊາຕໍ່ບັນດາການດັດປັບໃນການພົວພັນລະຫວ່າງ 2 ພາກເກົາຫຼີ ຫວ່າງແລ້ວນີ້. ໃນຖະແຫຼງການໂດຍສຳນັກຂ່າວສານ ສູນກາງ ສປປ ເກົາຫຼີ (KCNA) ລົງໃນອິນເຕີເນັດນັ້ນ, ມີໂຄສົກທີ່ບໍ່ເຜີຍຊື່ຂອງກະຊວງການຕ່າງປະເທດ ສປປ ເກົາຫຼີ ໄດ້ເນັ້ນໜັກເຖິງທຸກໆຮູບການປິດລ້ອມເຊິ່ງ ອາເມລິກາ ໄດ້ຈັດວາງ ຕໍ່ກັບ ສປປ ເກົາຫຼີ ຈະໄດ້ຮັບຖືວ່າແມ່ນການກະທຳທີ່ເປັນສົງຄາມ.

        ຖະແຫຼງການກໍ່ຢືນຢັນວ່າ ສປປ ເກົາຫຼີ ກຳມະສິດບັນດາອາວຸດນິວເຄຼຍອາດຈະສາມາດຮັບມືກັບບັນດາໄພນາບຂູ່ຂອງອາເມລິກາ, ພ້ອມທັງຖືວ່າ ອາເມລິກາ ຈະຕ້ອງຮັບຜິດຊອບກ່ຽວກັບທຸກໆຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງເມື່ອແຫຼມ ເກົາຫຼີ ຖືກ ອາເມລິກາ ຍູ້ໄປເຖິງ “ປາກອ່າວແຫ່ງສົງຄາມ”.

ຕອບກັບ

ຂ່າວ/ບົດ​ອື່ນ