ສປປ ເກົາຫຼີ ປະກາດພັດທະນາດາວທຽບສອດແນມ

(VOVWORLD) - ສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ໃຫ້ຮູ້ວ່າ: ການທົດລອງດັ່ງກ່າວໄດ້ປະຕິບັດຢູ່ໃນສູນຍິງດາວທຽມ Sohae ໃນວັນທີ 18 ທັນວາ, ຕົ້ນຕໍແມ່ນແນໃສ່ “ຕີລາຄາຄວາມສາມາດຖ່າຍຮູບຜ່ານດາວທຽມ ແລະ ລະບົບສົ່ງຂໍ້ມູນກໍ່ຄືລະບົບຄວບຄຸມໜ້າດິນ”...
ສປປ ເກົາຫຼີ ປະກາດພັດທະນາດາວທຽບສອດແນມ - ảnh 1(ພາບປະກອບຈາກ Reuters)

ວັນທີ 19 ທັນວາ, ສື່ມວນຊົນແຫ່ງລັດ ສປປ ເກົາຫຼີ ໄດ້ໃຫ້ຂ່າວວ່າ: ປະເທດນີ້ໄດ້ດຳເນີນການທົດລອງ “ໃນໄລຍະທີ່ສຳຄັນສຸດທ້າຍ” ໃນການພັດທະນາບັນດາດາວທຽມສອດແນມຢູ່ສູນຍິງລູກສອນໄຟຢູ່ເຂດຕາເວັນຕົກສ່ຽງເໜືອຂອງ ສປປ ເກົາຫຼີ. ສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ໃຫ້ຮູ້ວ່າ: ການທົດລອງດັ່ງກ່າວໄດ້ປະຕິບັດຢູ່ໃນສູນຍິງດາວທຽມ Sohae ໃນວັນທີ 18 ທັນວາ, ຕົ້ນຕໍແມ່ນແນໃສ່ “ຕີລາຄາຄວາມສາມາດຖ່າຍຮູບຜ່ານດາວທຽມ ແລະ ລະບົບສົ່ງຂໍ້ມູນກໍ່ຄືລະບົບຄວບຄຸມໜ້າດິນ”.

        ໂຄສົກບໍ່ເຜີຍຊື່ຂອງອົງການພັດທະນາການບິນອາວະກາດແຫ່ງຊາດ ສປປ ເກົາຫຼີ ໃຫ້ຮູ້ວ່າ: ສປປ ເກົາຫຼີ ໄດ້ຍິງບັນດາຍານພາຫະນະທີ່ຕິດດາວທຽມທົດລອງຂຶ້ນສູ່ຮ່ວງອາວະກາດດ້ວຍລະດັບສູງ 500 ກມ. ຕາມເຈົ້າໜ້າທີ່ຜູ້ນີ້ແລ້ວ, ສປປ ເກົາຫຼີ ຈະ “ປະຕິບັດສຳເລັດການກະກຽມບັນດາດາວທຽບສອດແນມການທະຫານທຳອິດໃນເດືອນ ເມສາ 2023”.

ຕອບກັບ

ຂ່າວ/ບົດ​ອື່ນ