ສປປ ເກົາຫຼີ ປະຕິເສດ ຂໍ້ສະເໜີເຈລະຈາກັບ ສ ເກົາຫຼີ ກ່ຽວກັບເຂດ ອຸດສາຫະກຳ Kaesong

ສປປ ເກົາຫຼີ ປະຕິເສດ ຂໍ້ສະເໜີເຈລະຈາກັບ ສ ເກົາຫຼີ ກ່ຽວກັບເຂດ ອຸດສາຫະກຳ Kaesong - ảnh 1
ພາລະ​ກອນ ສປປ ​​ເກົາຫຼີ ຢູ່​ເຂດ​ເສດຖະກິດ Kaesong
(ພາບ: Reuters)

(vovworld) - ວັນ​ທີ 26/4, ສປປ ​​ເກົາຫຼີ ປະຕິ​ເສດ​ຂໍ້​ສະ​ເໜີ​ຂອງ ສ ​ເກົາຫຼີ “ມຸ້ງ​ໄປສູ່​ໂຕ້​ເຈລະຈາ” ​ເພື່ອ​ອາດຈະຫັນ​ການ​ເຄື່ອນ​ໄຫວ​ຂອງ​ເຂດ​ເສດຖະກິດ Kaesong, ​ເຊິ່ງ​ເປັນ​ສັນຍາ​ລັກ​ຂອງ​ການ​ໄກ່​ເກ່ຍ ​ແລະ ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ 2 ພາກ​ ​ເກົາຫຼີ ​ເປັນ​ປົກກະຕິ. ​ໃນ​ຖະ​ແຫຼ​ງການ​ເມື່​ອວັນ​ທີ 26/4, ​ໂຄ​ສົກ​ຂອງ​ຄະນະ​ກຳມະການ​ປ້ອງ​ກັນ​ປະ​ເທດ ສປປ ​ເກົາຫຼີ ​ໃຫ້​ຮູ້​ວ່າ: ພຽງ​ຢາງ ຈະ​ປະຕິບັດ​ບັນດາ​ມາດ​ຕະການ​ແຂງ​ກະດ້າງ, ​ເດັດ​ດຽວ ຖ​້າຫາກ ສ ​ເກົາຫຼີ ສືບຕໍ່ “​ເຮັດ​ໃຫ້​ສະພາບ​ກາ​ນຊົ່ວ​ຮ້າຍ​ລົງ”. ​ພ້ອມກັນນັ້ນ, ສ ​ເກົາຫຼີ ອາດ​ຈະຖອນ​ພາລະ​ກອນ​ທັງ​ໝົດຂອງ​ຕົນອອກ​ຈາກ​ເຂດ​ອຸດສາຫະກຳ Kaesong ​ແລະ ສະໜອງ​ການ​ຊ່ວຍເຫຼືອມະນູ​ດສະ​ທຳ​ໃຫ້​ແກ່​ບັນດາ​ພາລະ​ກອນ​ນີ້ ຖ້າ​ຫາກ​ຝ່າ​ຍ ສ ​ເກົາຫຼີ “ມີ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ຄົນ​ງານ”.

        ກ່ອນ​ໜ້າ​ນັ້ນ, ​ເມື່ອ​ວັນ​ທີ 25/4, ກະຊວງ​ທ້ອນໂຮມຊາດ ສ ​ເກົາຫຼີ ​ໄດ້​ສະ​ເໜີ​ຈັດ​ຕັ້ງ​ການ​ເຈລະຈາ​ກັບ ສປປ ​ເກົາຫຼີ ກ່ຽວ​ກັບ​ອະນາຄົດ​ຂອງ​ເຂດ​ອຸດສາຫະກຳ​ປະສົມ Kaesong ​ແລະ ຮຽກຮ້ອງ​ໃຫ້ ສປປ ​ເກົາຫຼີ ຕ້ອງ​ໃຫ້ຄຳຕອບໃນ​ທັນທີ.

ຂ່າວ/ບົດ​ອື່ນ