ສປປ ເກົາຫຼີ ສືບຕໍ່ຍິງລູກສອນໄຟນຳວິຖີ

(VOVWORLD) - ຕາມສຳນັກຂ່າວສານ Yonhap ແລ້ວ, ສະພາຫົວໜ້າເສນາທິການທະຫານປະສົມ ສ ເກົາຫຼີ (JCS) ພວມດຳເນີນການໄຈ້ແຍກບັນດາຂໍ້ມູນ ທີ່ກ່ຽວຂ້ອງ
ສປປ ເກົາຫຼີ ສືບຕໍ່ຍິງລູກສອນໄຟນຳວິຖີ - ảnh 1ປະຊາຊົນ ສ ເກົາຫຼີ ຕິດຕາມຂ່າວກ່ຽວກັບເລື່ອງ ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີ
(ພາບ:AFP/TTXVN)

ວັນທີ 27 ມີນາ, ສື່ມວນຊົນ ສ ເກົາຫຼີ ໄດ້ຄັດສະເໜີຖະແຫຼງການຂອງກອງທັບ ໂດຍໃຫ້ຮູ້ວ່າ: ສປປ ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີອອກສູ່ເຂດທະເລທາງທິດຕາເວັນອອກຂອງປະເທດນີ້. ຕາມສຳນັກຂ່າວສານ Yonhap ແລ້ວ, ສະພາຫົວໜ້າເສນາທິການທະຫານປະສົມ ສ ເກົາຫຼີ (JCS) ພວມດຳເນີນການໄຈ້ແຍກບັນດາຂໍ້ມູນ ທີ່ກ່ຽວຂ້ອງ, ໃນນັ້ນມີລະດັບຄວາມສູງ ແລະ ໄລຍະບິນໄປຂອງລູກສອນໄຟນີ້.

        ໃນຂະນະນັ້ນ, ສື່ມວນຊົນ ຍີ່ປຸ່ນ ໃຫ້ຮູ້ວ່າ: ລູກສອນໄຟ ສປປ ເກົາຫຼີ ໄດ້ຮັບຖືວ່າໄດ້ຕົກລົງຢູ່ນອກເຂດເສດຖະກິດພິເສດຂອງ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ