ສປປ ເກົາຫຼີ ສວນສະໜາມສະເຫຼີມສະຫຼອງວັນຄ້າຍວັນເກີດການນຳ Kim Il Sung

ສປປ ເກົາຫຼີ ສວນສະໜາມສະເຫຼີມສະຫຼອງວັນຄ້າຍວັນເກີດການນຳ Kim Il Sung - ảnh 1
ພິທີສວນສະໜາມ ຢູ່ສະໜາມຫຼວງ Kim Il Sung
(ພາບ: feng)

(vovworld) - ວັນ​ທີ 15/4, ສປປ ​ເກົາຫຼີ ​ໄດ້​ເລີ່​ມຕົ້ນ​ພິທີ​ສວນ​ສະໜາມ​ຢ່າ​ງສົມ​ກຽດ​ຢູ່​ນະຄອນຫຼວງ​ພຽງ​ຢາງ ​ເພື່ອ​ສະ​ເຫຼີ​ມສະຫຼອງ 100 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດຂອງ​ອະດີດ​ປະທານ Kim Il Sung, ຜູ້​ເຖິງ​ມໍ​ລະນະ​ກຳ​ເມື່ອ​ປີ 1994. ບັນດາ​ຮູບ​ພາບ​ໂດຍ​ໂທລະພາບ​ແຫ່ງ​ຊາດ ສປປ ​ເກົາຫຼີ (ຫຼື KCTV) ​ແຜ່​ພາບ​ໃຫ້​ເຫັນ​ວ່າ ມີ​ປະຊາຊົນນັບ​ໝື່ນໆ​ຄົນ​ໄດ້​ເຂົ້າ​ຮ່ວມ​ພິທີ​ສວນສະໜາມ​ດ້ວຍຂອບຂະໜາດ​ໃຫຍ່​ສຸດ​ນັບ​ແຕ່​ກອ່ນ​ມາ ຢູ່​ສະໜາມ​ຫຼວງ Kim Il Sung. ການ​ນຳ​ຄົນ​​ໃໝ່​ຂອງ ສປປ ​ເກົາຫຼີ ທ່ານ Kim Jong Ul ກໍ​ໄດ້​ເຂົ້າ​ຮ່ວມ ​ແລະ ມີ​ບົດ​ກ່າວ​ປາ​ໄສ​ທຳ​ອິດ​ໃນ​ຖະນະ​ຕຳ​ແໜ່​ງ​ເປັນ​ການ​ນຳ​ສູງ​ສຸດ​ຂອງ​ປະ​ເທດ, ຜູ້ນຳສູງ​ສຸດ​ຂອງ​ພັກ, ລັດຖະບານ ​ແລະ ກອງທັບ.

ຂ່າວ/ບົດ​ອື່ນ