ສປປ.ລາວ ມອບຫຼຽນໄຊແຮງງານໃຫ້ບໍລິສັດຮ່ວມທຸລະກິດ Viettel

(VOVWORLD) - ຕອນເຊົ້າວັນທີ 29 ພຶດສະພາ, ທີ່ນະຄອນຫລວງ ວຽງຈັນ, ບໍລິສັດ Star Telecom (Unitel),
ສປປ.ລາວ ມອບຫຼຽນໄຊແຮງງານໃຫ້ບໍລິສັດຮ່ວມທຸລະກິດ Viettel - ảnh 1ທ່ານພົນໂທ ຈັນສະໝອນ ຈັນຍາລາດ ມອບໃບຍ້ອງຍໍໃຫ້ບັນດາບຸກຄົນ ທີ່ມີໝາກຜົນດີເດັ່ນຂອງບໍລິສັດ Star Telecom (ພາບ: ຫວຽດນາມ+)

 ຊຶ່ງແມ່ນບໍລິສັດຮ່ວມທຸລະກິດລະຫວ່າງບໍລິສັດ Viettel Global ແລະ ບໍລິສັດ Laos Asia Telecom ໄດ້ຈັດຕັ້ງພິທີຕ້ອນຮັບຫຼຽນໄຊ ແລະ ໃບຍ້ອງຍໍຂອງລັດ ລາວ ທີ່ມອບໃຫ້ໝູ່ຄະນະ ແລະ ບັນດາບຸກຄົນຂອງບໍລິສັດ ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີ ແຫ່ງການສ້າງຕັ້ງບໍລິສັດ Star Telecom (01/04/2008 – 01/04/2018). ທີ່ພິທີ, ທ່ານພົນໂທ ຈັນສະໝອນ ຈັນຍາລາດ ໄດ້ມອບຫຼຽນໄຊແຮງງານຊັ້ນ 2 ຂອງລັດ ລາວ ໃຫ້ບໍລິສັດ Star Telecom ຍ້ອນບັນດາການປະກອບສ່ວນຢ່າງໃຫຍ່ຫລວງໃຫ້ການພັດທະນາເສດຖະກິດ - ສັງຄົມຂອງ ລາວ ໃນໄລຍະຜ່ານມາ. ເນື່ອງໃນໂອກາດນີ້, ກະຊວງປ້ອງກັນປະເທດລາວ ກໍ່ປະດັບຫຼຽນໄຊພິລະອາດຫານຊັ້ນ 2 ໃຫ້ 15 ບຸກຄົນ, ຫຼຽນໄຊພິລະອາດຫານຊັ້ນ 3 ໃຫ້ 42 ບຸດຄົນ ແລະ ມອບໃບຍ້ອງຍໍໃຫ້ 211 ບຸກຄົນ ເພື່ອຈົດຈຳບັນດາຜົນງານ ແລະ ໝາກຜົນດີເດັ່ນຂອງບໍລິສັດ Star Telecom.


ຕອບກັບ

ຂ່າວ/ບົດ​ອື່ນ