ສປປລາວກະກຽມຈັດຕັ້ງກອງປະຊຸມສະມັດຊາໃຫຍ່AIPAຄັ້ງທີ35

ສປປລາວກະກຽມຈັດຕັ້ງກອງປະຊຸມສະມັດຊາໃຫຍ່AIPAຄັ້ງທີ35 - ảnh 1
ບັນດາຜູ້ແທນເຂົ້າຮ່ວມການ​ປະຊຸມ​ຂ່າວ​ສາກົນ
ພາບ:TTXVN


(vovworld)- ວັນ​ທີ 11/7, ຄະນະ​ກຳມະການ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການຈັດ​ຕັ້ງ​ກອງ​ປະຊຸມ​ສະມັດຊາ​ໃຫຍ່ລັດຖະສະພາ​ລະ​ຫວ່າງ​ຊາດ AIPA ຄັ້ງ​ທີ 35 ຂອງ​ລາວ ​ໄດ້​ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ​ສາກົນ, ​ປະກາດ​ກອງ​ປະຊຸມ​ສະມັດຊາ​ໃຫຍ່ລັດຖະສະພາ​ລະ​ຫວ່າງ​ຊາດ ຄັ້ງ​ທີ 35 ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ ວຽງ​ຈັນ ​ແຕ່​ວັນ​ທີ 14-20/9 ຈະ​ມາ​ເຖິງ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ສະພາ​ແຫ່ງ​ຊາດ​ລາວ ​ໃນ​ຖານະ​ເປັນ​ປະທານ AIPA. ຄາດ​ວ່າ ຈະ​ມີຜູ້​ແທນ 350-400 ທ່ານ​ທີ່​ມາ​ຈາກ 10 ປະ​ເທດ​ສະມາ​ຊີກ​ອາຊຽນ, ບັນດາ​ປະ​ເທດ​ສັງ​ເກດ​ການ ຊື່​ງ​ແມ່ນ​ຄູ່​ຮ່ວມ​ມື​ຄູ່​ເຈລະຈາ ​ແລະ ອົງການ​ສາກົນ​ຈຳນວນ​ຫນຶ່ງເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ .

ຂ່າວ/ບົດ​ອື່ນ