ສປປລາວຕີລາຄາສູງການຫນູນຊ່ວຍຂອງຫວຽດນາມໃນຂົງເຂດສຶກສາບຳລຸງສ້າງ

ສປປລາວຕີລາຄາສູງການຫນູນຊ່ວຍຂອງຫວຽດນາມໃນຂົງເຂດສຶກສາບຳລຸງສ້າງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ


(vovworld)- ວັນ​ທີ 24/4, ທີ່​ການ​ຕ້ອນຮັບ​ອະ​ດິດຄູ​ອາຈານ​ໂຮງຮຽນ​ບຳລຸງ​ວັດທະນະທຳ​ເຂດ​ພູດ​ອຍສູນ​ກາງ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ໄດ້​ພົບ​ປະ​ກັບ​ບັນດາ​ຄູ​ອາ​ຈານ, ຊື່​ງ​ແມ່ນ​ບັນດາ​ຄູ​ສອນ​ມີ​ໄລຍະ​ຫນຶ່ງ​ໄດ້​ສິດ​ສອນ​ນັກຮຽນ​ລາວ​ຫລາຍ​ລຸ້ນຄົນ. ຕາງຫນ້າ​ໃຫ້​ພັກ, ລັດຖະບານ ​ແລະ ປະຊາຊົນ​ລາວ, ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ​ໄດ້​ບຳລຸງ​ສ້າງ​ນັກຮຽນ​ລາວ​ຫລາຍ​ລຸ້ນຄົນ​ກໍ​ຄື​ສົ່ງ​ພະນັກງານ, ຜູ້​ຊ່ຽວຊານ​ສຶກສາ​ມາ​ຊ່ວຍ​ເຫລືອ​ລາວ ພັດທະນາ​ຂະ​ແຫນງ​ການ​ສຶກສາ. ທ່ານ​ນາຍົກລັດຖະມົນຕີ ຕີ​ລາຄາ​ສູງ ​ເລື່ອງ​ຫວຽດນາມ​ສືບ​ຕໍ່​ຫນູນ​ຊ່ວຍ​ລາວ​ໃນ​ຂົງ​ເຂດ​ບຳລຸງ​ສ້າງ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ລາວ.

 

ຂ່າວ/ບົດ​ອື່ນ